ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ, ໃນວັນທີ 11 ຕຸລາ 2024, ເພື່ອໃຫ້ກໍາລັງໃຈ ສື່ມວນຊົນລາວ ທີ່ກໍາລັງປະຕິບັດໜ້າທີ່ ຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 8-11 ຕຸລາ 2024. ຂ່າວ: ວັນເພັງ, ພາບ: ກອງຄໍາ
ຄໍາເຫັນ