ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເວທີສື່ມວນຊົນອາຊຽນຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ ນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍເປັນປະທານກ່າວເປີດກອງປະຊຸມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ນິໂຄ ສະເຕັກແມນ (Nicole Stechmann) ອຸປະທູດເຢຍລະມັນ ປະຈໍາ ສປປ ລາວ, ມີບັນດາຄະນະສື່ມວນຊົນຈາກປະເທດສະຊິກປະເທດອາຊຽນ ແລະ ແຂກຖືກເຊີີນເຂົ້າຮ່ວມ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ພາຍຫຼັງສຳເລັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ສປປ ລາວ ເຮົາເປັນເຈົ້າພາບ ແລະ ໃນນາມ ສປປ ລາວ ເປັນປະທານອາຊຽນ ປີ 2024 ຊຶ່ງກອງປະຊຸມເວທີສື່ມວນຊົນອາຊຽນແມ່ນໄດ້ຈັດຕາມຮອບວຽນປົກກະຕິທີ່ປະເທດເຈົ້າພາບເປັນປະທານອາຊຽນ ໂດຍກອງປະຊຸມຄັ້ງນີ້ ມີຈຸດປະສົງຫຼັກແມ່ນເພື່ອເປີດໂອກາດໃຫ້ສື່ມວນຊົນໄດ້ເຂົ້າຮ່ວມແລກປ່ຽນຫົວຂໍ້ຕ່າງໆ ແລະ ບັນຫາສຳຄັນທີ່ຕິດພັນກັບການປະຕິບັດແຜນວຽກງານການເຊື່ອມໂຍງ ເຊື່ອມຈອດ ກໍຄືຜົນໄດ້ຮັບ ແລະ ຄວາມຄາດຫວັງຕໍ່ໜ້າ ແລະ ການຈັດກອງປະຊຸມເວທີສື່ມວນຊົນອາຊຽນ ຖືວ່າມີຄວາມສຳຄັນໃນການສະແດງເຖິງການຮ່ວມມືກັນໃນການຈັດຕັ້ງປະຕິບັດວິໄສທັດ ການເຊື່ອມໂຍງ ເຊື່ອມຈອດຂອງອາຊຽນ, ການປະຕິບັດແຜນວຽກງານຖະແຫຼ່ງຂ່າວສື່ມວນຊົນ ຂອງອາຊຽນ ປີ 2018-2025 ແລະ ເປັນການແລກປ່ຽນບັນດາຫົວຂໍ້ທີ່ ສປປ ລາວ ເປັນປະທານອາຊຽນປີ 2024 ອີກດ້ວຍ.
ທ່ານ ກາວ ກິມຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ໄດ້ມີຄໍາເຫັນ ຜ່ານລະບົບອອນລາຍ ໂດຍມີບາງຕອນໃຫ້ຮູ້ວ່າ: ໃນກອງປະຊຸມໄດ້ຈັດໃຫ້ມີເວທີສົນທະນາ ທີ່ມີຄວາມໝາຍສໍາຄັນ ລະຫວ່າງຜູ້ກຳນົດນະໂຍບາຍຂອງອາຊຽນ ແລະ ບັນດາຜູ້ນຳສື່ມວນຊົນຂອງອາຊຽນ, ຊຸກຍູ້ການແລກປ່ຽນຄວາມຄິດເຫັນ ແລະ ເພີ່ມຄວາມເຂົ້າໃຈທັດສະນະຂອງອາຊຽນຕໍ່ບັນດາບັນຫາທີ່ພົ້ນເດັ່ນ. ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນ ໃນການຊຸກຍູ້ວາລະການເຊື່ອມໂຍງ ຂອງປະຊາຄົມອາຊຽນຫຼັງປີ 2025.
(ຂ່າວ-ພາບ: ບຸນອູ້ມ)
ຄໍາເຫັນ