ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ເຊິ່ງເປັນການພົບກັນຄັ້ງທີ 3 ພາຍຫຼັງໄດ້ພົບກັນໃນໂອກາດຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນເດືອນມີນາ 2024 ຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ຕະຫຼອດໄລຍະ 72 ປີ ແລະ ກ້າວສູ່ການຍົກລະດັບການພົວພັນ ລາວ-ອົດສະຕຣາລີ ຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສຸດຍອດ ສະໄຫມພິເສດ ເພື່ອສະເຫຼີມສະຫຼອງ 50 ປີ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ກໍຄື ການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ອົດສະຕຣາລີ ໃນນາມປະເທດປະສານງານ ອາຊຽນ-ອົດສະຕຣາລີ ໃນໄລຍະ 3 ປີຜ່ານມາ. ພ້ອມດຽວກັນ, ສອງນາຍົກລັດຖະມົນຕີ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືສອງຝ່າຍໃນບາງຂະແໜງການ ເຊັ່ນ: ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ລວມທັງການຮ່ວມມືໃນຂອບ ອາຊຽນ-ອົດສະຕຣາລີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງ ອົດສະຕຣາລີ ຢູ່ ສປປ ລາວ ທີ່ກວມເອົາຫຼາຍຂະແໜງການ, ພ້ອມທັງໄດ້ຊຸກຍູ້ ແລະ ສະໜັບສະໜູນສົ່ງເສີມໃຫ້ມີການຮ່ວມມືກັນມາເຮັດທຸລະກິດໃຫ້ຫຼາຍຂຶ້ນ ໃນຂະແໜງການທີ່ສອງປະເທດມີທ່າແຮງ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທິພາບ ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫຼືອບັນເທົາທຸກ ສໍາລັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ພາຍໃຕ້ໂຄງການ Indo-Pacific Endeavour (IPE) ໃນໄລຍະເດືອນກັນຍາ ຜ່ານມາ.

ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ແອນໂທນີ້ ແອວບານີຊີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

ຂໍ້ມູນ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ

ຄໍາເຫັນ

ອາຊຽນ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol),
ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ,
ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ,
 ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່
 ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ,
ປະທານສະພາແຫ່ງຊາດ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ປະທານສະພາແຫ່ງຊາດ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ເພີ່ມເຕີມ