ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

 ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45
ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ,
ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ເຊິ່ງພິທີເປີດຢ່າງເປັນທາງການ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 9 ຕຸລານີ້, ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ພ້ອມດ້ວຍພັນລະຍາ ໄດ້ມາຢືນສຳພັດມືກັບບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ, ແຂກສຳຄັນທີ່ມາເຂົ້າຮ່ວມກອງປະຊຸມຄັ້ງນີ້.
ກ່ອນພິທີທາງການຈະເລີ່ມຂື້ນ ໄດ້ມີການບັນເລັງເພັງອາຊຽນ, ຫຼັງຈາກນັ້ນ ໄດ້ມີການສະແດງສິນລະປະ ສອງລາຍການ ຈາກຄະນະນັກສະແດງສິນລະປະລາວ, ຊຶ່ງລາຍການສະແດງໄດ້ສ່ອງແສງໃຫ້ເຫັນເຖິງຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ ເພື່ອໃຫ້ຄະນະຜູ້ແທນໄດ້ເຫັນເຖິງຄວາມງົດງາມຂອງປະເພນີລາວ ທີ່ມີມາແຕ່ດົນນານ, ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໃນນາມປະທານກອງປະຊຸມອາຊຽນຄັ້ງທີ 44-45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ.
ໃນພິທີອັນມີກຽດ ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງບາງຕອນສຳຄັນວ່າ: ສປປ ລາວ ໄດ້ສືບຕໍ່ດໍາເນີນນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ. ອາຊຽນ ເປັນພາກສ່ວນທີ່ສໍາຄັນ ຂອງນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ນັບຕັ້ງແຕ່ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເປັນຕົ້ນມາ, ສປປ ລາວ ໄດ້ມີ ຄວາມພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນກັບພາຍນອກ ແລະ ໄດ້ອອກແຮງປະຕິບັດພັນທະຂອງຕົນຢ່າງມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ຂອງຄອບຄົວອາຊຽນ, ສປປ ລາວ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ເປັນສະມາຊິກຂອງຄອບຄົວ ອາຊຽນ. ຜົນສໍາເລັດຂອງອາຊຽນ ລວມທັງ ການພົວພັນ ແລະ ຮ່ວມມືກັບພາຍນອກ ຂອງ ອາຊຽນ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕໍ່ບັນດາປະເທດສະມາຊິກ ອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງ ອາຊຽນ ແລະ ກອງ ເລຂາອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະການເປັນປະທານອາຊຽນ ເປັນເທື່ອທີ 3 ໃນປີ 2024 ນີ້ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ຂໍສະແດງຄວາມຂອບໃຈຕໍ່ບັນດາ ປະເທດອາຊຽນ ທີ່ໄດ້ສະໜັບສະໜູນ ແລະ ຮັບຮອງເອົາຄໍາຂວັນດັ່ງກ່າວນີ້ ທີ່ເຫັນ ວ່າສອດຄ່ອງກັບຈຸດປະສົງເປົ້າໝາຍລວມ ຂອງ ອາຊຽນ ເພື່ອເພີ່ມທະວີການເຊື່ອມ ໂຍງເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງຂອງອາຊຽນ ທັງນີ້ກໍເຫັນວ່າສອດຄ່ອງ ກັບເປົ້າສະເພາະຂອງ ສປປ ລາວ ເພື່ອຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດ ເພື່ອເຊື່ອມໂຍງກັບກັບພາກພື້ນ ແລະ ສາກົນ.(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ອາຊຽນ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol),
ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ,
ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ,
 ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່
ປະທານສະພາແຫ່ງຊາດ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ປະທານສະພາແຫ່ງຊາດ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ເພີ່ມເຕີມ