ທ່ານນາຍົກລັດຖະມົນຕີຍີ່ປຸ່ນໄດ້ປະກາດບັນດາແນວທາງນະໂຍບາຍຫຼັກຂອງລັດຖະບານໃນໄລຍະຈະມາເຖິງ.
ຂ່າວລະບຸວ່າ: ທ່ານ ອິຊິບະ ຊິເງະຣຸ ໄດ້ແນະນຳບັນດານະໂຍບາຍໂດຍພື້ນຖານຂອງລັດຖະບານຊຸດໃໝ່ ໂດຍອີງຕາມ 5 ເສົາຄ້ຳຄື: ການເມືອງພາຍໃນ, ເສດຖະກິດ, ການໜູນຊ່ວຍສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ກ່ຽວກັບການເມືອງພາຍໃນ, ທ່ານ ອິຊິບະ ຊິເງະຣຸ ໄດ້ຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງລັດຖະບານປະສົມກຳອຳນາດລະຫວ່າງພັກເສລີພາບປະຊາທິປະໄຕ (LDP) ແລະ ພັກໂຄເມ. ກ່ຽວກັບບັນດາເສດຖະກິດ, ທ່ານ ອິຊິບະ ຊິເງະຣຸ ໃຫ້ຮູ້ວ່າ: ຈະສືບຕໍ່ແນວທາງຂອງທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີຄົນກ່ອນ, ພະຍາຍາມນຳເສດຖະກິດຍີ່ປຸ່ນ ອອກຈາກສະພາບການສິນຄ້າພາຍໃນປະເທດຫຼຸດລົງ, ຊຸກຍູ້ການກໍ່ສ້າງ ແລະ ພັດທະນາຮູບແບບເສດຖະກິດເຕີບໂຕໃໝ່.
ຄໍາເຫັນ