ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົຍເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງ​ໃນ​ໂອກາດອັນສະຫງ່າລາສີ ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ຟີລິບປິນ ຄົບຮອບ 127 ປີ ຊຶ່ງມີເນື້ອໃນວ່າ:

 

ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ພ້ອມດ້ວຍປະຊາຊົນ ຟີລິບປິນ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງສູງ ທີ່ເຫັນວ່າສອງປະເທດພວກເຮົາ ມີສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຮ່ວມກັນຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ ແລະ ໃນປີນີ້ ພວກເຮົາຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ. ຂ້າພະເຈົ້າ ຕີລາຄາສູງຕໍ່ໝາກຜົນຂອງການພົບປະສອງຝ່າຍຂອງພວກເຮົາ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ ປະເທດມາເລເຊຍ ໃນເດືອນຜ່ານມາ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກຮ່ວມກັບພະນະທ່ານຢ່າງໃກ້ຊິດ ເພື່ອຮ່ວມກັນຂະຫຍາຍການຮ່ວມມືໃນຂົງເຂດໃໝ່ ແນໃສ່ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີຄວາມຜາສຸກ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງພະນະທ່ານ ແລະ ປະຊາຊົນ ຟີລິບປິນ ສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ສານອວຍພອນ

ສານອວຍພອນ

ວັນ​ທີ 12 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ພະລາຊາ ເຟລິບເປ VIແຫ່ງ ລາຊະອານາຈັກ ແອັດສະປາຍ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນປະ​ເສີດມາ​ຍັງ​ ສົມເດັດ ພະລາຊາ ແລະ ປະຊາຊົນ ແອັດສະປາຍ ​ທຸກ​ຖ້ວນ​ໜ້າ ເນື່ອງໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ລາຊະອານາຈັກ ແອັດສະປາຍ ຄົບຮອບ 533 ປີ.
ສານອວຍພອນວັນສ້າງຕັ້ງພັກແຮງງານເກົາຫຼີ

ສານອວຍພອນວັນສ້າງຕັ້ງພັກແຮງງານເກົາຫຼີ

​ໃນ​ວັນ​ທີ 7 ຕຸລາ 2025 ນີ້, ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ​ໄດ້ມອບສານອວຍພອນ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ສປປ ເກົາຫຼີ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ຊຶ່ງມີ​ເນື້ອ​ໃນ​ດັ່ງນີ້:
ສານອວຍພອນ

ສານອວຍພອນ

ວັນທີ 3 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະທ່ານ ຟຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ທີ່ ແບກແລງ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍສົ່ງຄໍາຊົມ​ເຊີຍອັນອົບອຸ່ນ ແລະ​ ພອນ​ໄຊອັນປະ​ເສີດ ມາ​ຍັງ ​ພະ​ນະທ່ານ ແລະ ປະ​ຊາ​ຊົນ ເຢຍລະມັນ ເພື່ອນ​ມິດທຸກຖ້ວນໜ້າເນື່ອງ​ໃນ​ໂອ​ກາດວັນແຫ່ງການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ.
ສານສະແດງຄວາມຊົມເຊີຍ

ສານສະແດງຄວາມຊົມເຊີຍ

ວັນ​ທີ 3 ຕຸລາ 2025 ພະນະ​ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີແຫ່ງສາທາລະນະ​ລັດ​ ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ​ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫຼີ ຄົບຮອບ 76ປີ;
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​
ຜູ້ນຳລາວສົ່ງສານອວຍພອນວັນຊາດ ສປ ຈີນ

ຜູ້ນຳລາວສົ່ງສານອວຍພອນວັນຊາດ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ: ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງ,​ ໂດຍມີເນືອໃນວ່າ:
ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ໃນວັນທີ 9 ກັນຍາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ທີ່ນະຄອນຫຼວງພຽງຢາງ ໂດຍມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ