ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ສນຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານນາງ ເຮເທີຣ ໂຣຊ ວາເຣຍວາເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳສປປ ລາວ

ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານທູດອາເມຣິກາຄົນໃໝ່ປະຈຳລາວ

ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານທູດອາເມຣິກາຄົນໃໝ່ປະຈຳລາວ
ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ສນຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານນາງ ເຮເທີຣ ໂຣຊ ວາເຣຍວາເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳສປປ ລາວ ພ້ອມດ້ວຍຄະນະໃນວັນທີ10ກໍລະກົດນີ້ທີ່ ສນຊ. ທ່ານສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ ເຮເທີຣ ໂຣຊ ວາເຣຍວາທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳລາວ ພ້ອມທັງຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດໂດຍຫຍໍ້ໃຫ້ທ່ານໄດ້ຮັບຊາບ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບລະຫວ່າງລາວ-ອາເມຣິກາໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນໄປເລື້ອຍໆ.

ທ່ານນາງ ເຮເທີຣ ໂຣຊ ວາເຣຍວາໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານປະທານ ສນຊ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.ພ້ອມນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບບາງວຽກງານທີ່ໄດ້ຈັດຕັ້ງປະຕິບັດສຳເລັດໃນໄລຍະຜ່ານມາ ແລະວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ເປັນຕົ້ນວຽກງານຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ສປປ ລາວ, ວຽກງານສາສະໜາ, ວຽກງານຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດຊຶ່ງປະເທດອາເມຣິກາເປັນປະເທດໜຶ່ງທີ່ພີ່ນ້ອງຄົນເຊື້ອຊາດລາວອາໄສຢູ່ເປັນຈຳນວນຫຼາຍ.ສະນັ້ນ, ຂໍໃຫ້ຊ່ວຍເຫຼືອກັນສຶກສາອົບຮົມປຸກລະດົມໃຫ້ເຂົາເຈົ້າກັບມາທ່ອງທ່ຽວ ແລະ ປະກອບທຸລະກິດຢູ່ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ນັບມື້ຈະເລີນຂຶ້ນເລື້ອຍໆ. ຂ່າວ: ສນຊ

See insights and ads

Advertise

All reactions:

1111

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ກອງປະຊຸມສໍາມະນາການຮ່ວມມືຂອງອົງການປົກຄອງທ້ອງຖິ່ນ ແລະ ການຮ່ວມມືເມືອງພີ່-ເມືອງນ້ອງ ພາຍໃຕ້ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ-ປາຊີຟິກ (RCEP) ປີ 2025 ໄດ້ເປີດຂຶ້ນໃນ ວັນທີ 4-6 ມິຖຸນາ ຜ່ານມາ ທີ່ເມືອງເຫີເຟີຍ ແລະ ເມືອງຫວງຊານ ແຂວງອານຮຸຍ ສປ ຈີນ ແຂວງທາງຕາເວັນອອກຂອງຈີນ. ພາຍໃຕ້ຄໍາຂວັນ ຄູ່ຮ່ວມມືພາກພື້ນເພື່ອການພັດທະນາຮ່ວມກັນ", ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານດ້ານເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳລະຫວ່າງປະເທດສະມາຊິກ RCEP. ສ້າງຄວາມເປັນຢູ່ທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ແລະ ຍົກລະດັບການຄ້າເສລີໃນເຂດອາຊີ-ປາຊີຟິກ.
ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ໂດຍປະຕິບັດຕາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ສະບັບປີ 2024-2028 (ໃນຂົງເຂດເສດຖະກິດ) ໄດ້ລະບຸວ່າ: ເພີ່ມທະວີການປະສານສົມທົບທາງດ້ານຍຸດທະສາດ ໂດຍຖືເອົາແລວທາງເສດຖະກິດ ຈີນ-ລາວ ເປັນແກ່ນຫຼັກ,ຖືເອົາເສັ້ນທາງລົດໄຟ ຈີນ-ລາວ, ຕາຂ່າຍໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ ເປັນກໍາລັງສໍາຄັນ ໃນການລົງເລິກ ການຮ່ວມືທີ່ເປັນຮູບປະທໍາ ໃນທຸກຂົງເຂດຢ່າງຮອບດ້ານ ພາຍໃຕ້ຫຼັກການຕ່າງຝາຍຕ່າງມີຜົນປະໂຫຍດເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ຈີນ-ລາວ.
ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ສ.ເກົາຫຼີມອບຄອມພີວເຕີຕັ້ງໂຕະໃຫ້ລາວ500 ຊຸດ

ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫຼີໂດຍຜ່ານສະມາຄົມສິລະປະແຊຣິງ ສ.ເກົາຫຼີ ໄດ້ມອບຄອມພີວເຕີຕັ້ງໂຕະ(ມືສອງ) ຈໍານວນ 500 ຊຸດມູນຄ່າ 85,490 ໂດລາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໃນວັນທີ 10 ມິຖຸນາຜ່ານມາ ທີ່ກະຊວງດັ່ງກ່າວຕາງໜ້າມອບໂດຍແຂວງຊຸງຊອງນຳໂດ ແລະ ສະມາຄົມສິລະປະແຊຣິງ ສ.ເກົາຫຼີ, ໃຫ້ກຽດຮັບໂດຍທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ໃນວັນທີ 10 ມິຖຸນາຜ່ານມາ ຢູ່ທີ່ເຮືອນຮັບແຂກ ເລກ 1 ແຂວງຄຳ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳແຂວງໄດ້ຕ້ອນຮັບພົບປະ ກຸ່ມບໍລິສັດ TH ໂດຍການນຳພາຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ນາງ ຖ໋າຍ ເຮືອງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH ພ້ອມດ້ວຍຄະນະ.
ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ຮອງປະທານ ສນຊ ຕ້ອນຮັບສະມາຄົມສະຫະກອນຈາກ ສສ ຫວຽດນາມ

ໃນວັນທີ 9 ມິຖຸນາ ຜ່ານມາ ນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມສະຫະກອນ ສສ ຫວຽດນາມ ຊຶ່ງນຳພາຄະນະ ໂດຍທ່ານ ນາງ ອານິດ ສີວິໄຊ ໃນນາມປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ແລະ ປະທານໂຄງການນາຕານກະສິກຳສະອາດ, ມີບັນດາຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ໃນລະຫວ່າງວັນທີ 4-5 ມິຖຸນາຜ່ານມານີ້, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ຊຶ່ງປະກອບມີ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢຸນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢຸນນານ) ຈໍາກັດ, ທະນາຄານ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.
ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືດ້ານການຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ໄດ້ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ ໃນວັນທີ 9 ມິຖຸນານີ້ ໂດຍມີຜູ້ຕາງໜ້າບໍລິສັດລົດໄຟແຫ່ງຊາດລາວ ແລະ ບໍລິສັດລົດໄຟລາວ-ຈີນ ນໍາໂດຍທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວ ຊຶ່ງມີຄະນະນໍາຂອງບໍລິສັດລົດໄຟຈາກ 4 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂົນສົ່ງຕູ້ສິນຄ້າ ໂດຍຜ່ານທາງລົດໄຟຂະບວນດ່ວນ (Containers Block Trains) 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ພ້ອມທັງປຶກສາຫາລື ຊອກວິທີທາງຫຼຸດເວລາການຂົນສົ່ງໃຫ້ສັ້ນລົງ; ⁠ແຂ່ງຂັນລາຄາບໍລິການຂົນສົ່ງໃຫ້ຖືກລົງ; ⁠ແລກປ່ຽນຂໍ້ມູນດ້ານການຂົນສົ່ງຮ່ວມກັນ; ⁠ນຳໃຊ້ເອກະສານຮ່ວມກັນເປັນສະບັບດຽວໃນການແຈ້ງລາຄາບໍລິການຂົນສົ່ງ ແລະ ແຈ້ງລາຍການສິນຄ້າເພື່ອຂົນສົ່ງ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາສາມວັນຈຶ່ງຈະປິດລົງ.
ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ  ມີການພັດທະນາຫຼາຍດ້ານ

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ ມີການພັດທະນາຫຼາຍດ້ານ

ໂດຍ: ບຸນອູ້ມ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.
ເພີ່ມເຕີມ