ການສ້າງຕັ້ງ ສູນຝຶກອົບຮົມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ແມ່ນການຈັດຕັ້ງປະຕິບັດທີ່ເປັນຮູບປະທຳ ຂອງແນວຄິດ “ຮ່ວມກັນພັດທະນາການສຶກສາວິຊາຊີບ, ຮ່ວມກັນສ້າງບຸກຄະລາກອນ” ຂອງ ສອງປະເທດ ລາວ-ຈີນ. ສະຖາບັນເຕັກໂນໂລຊີແຫ່ງຊາດລາວ ໄດ້ມຸ່ງໝັ້ນໃນການສ້າງຊັບພະຍາກອນມະນຸດດ້ານວິຊາການເພື່ອຕອບສະໜອງຄວາມຕ້ອງການທາງຍຸດທະສາດຂອງຊາດ ມາໂດຍຕະຫຼອດ, ໃນຂະນະທີ່ອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ເປັນຂົງເຂດເສົາຄໍ້າຂອງການພັດທະນາເສດຖະກິດຂອງ ສປປ ລາວ, ຊຶ່ງມີຄວາມຕ້ອງການຮີບດ່ວນ ໃນດ້ານບຸກຄະລາກອນວິຊາສະເພາະ ທີ່ມີທັງຄວາມຮູ້ທາງດ້ານທິດສະດີ ແລະ ຄວາມສາມາດພາກປະຕິບັດ.
ໃນການຮ່ວມມືກັບ ວິທະຍາໄລວິຊາຊີບຊັບພະຍາກອນທໍລະນີ ແຂວງຢຸນນານ (Yunnan Vocational College of Land and Resources) ໃນຄັ້ງນີ້, ພວກເຮົາຈະປະສານສົມທົບຊັບພະຍາກອນດ້ານການສຶກສາຂອງທັງສອງຝ່າຍໃນຂົງເຂດການສຳຫຼວດທໍລະນີ ແລະ ການຂຸດຄົ້ນບໍ່ແຮ່, ຮ່ວມກັນສ້າງຫຼັກສູດທີ່ສອດຄ່ອງກັບຄວາມເປັນຈິງຂອງອຸດສາຫະກຳລາວ, ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ເຕັກໂນໂລຊີທີ່ກ້າວໜ້າຜ່ານການບຳລຸງສ້າງທີ່ເຊື່ອມໂຍງກັບ “ຫ້ອງຮຽນ + ສູນຝຶກອົບຮົມ + ວິສາຫະກິດ”, ໃຫ້ບັນລຸເປົ້າໝາຍ “ຮຽນຮູ້ເພື່ອໃຊ້ໃນການປະຕິບັດຕົວຈິງ” ຢ່າງແທ້ຈິງ.
ສູນຝຶກອົບຮົມນີ້ ໄດ້ນຳໃຊ້ຮູບແບບການຮ່ວມມືແບບ “ໂຮງຮຽນ ແລະ ວິສາຫະກິດ ໄປພ້ອມກັນ”, ໂດຍໄດ້ນຳເອົາອຸປະກອນທີ່ທັນສະໄໝ, ມາດຕະຖານເຕັກນິກ ແລະ ຊັບພະຍາກອນວຽກເຮັດງານທຳຂອງວິສາຫະກິດຈີນ ເຂົ້າມາສູ່ລະບົບການສ້າງບຸກຄະລາກອນຢ່າງຄົບວົງຈອນ. ສິ່ງນີ້ບໍ່ພຽງແຕ່ເປັນການເປີດຊ່ອງທາງໃຫ້ຊາວໜຸ່ມລາວໄດ້ເຕີບໃຫຍ່ກ້າວໜ້າ “ເຂົ້າຮຽນກໍຄືເຂົ້າເຮັດວຽກ” ເທົ່ານັ້ນ, ຫາກຍັງເປັນການສະໜອງປະສົບການອັນລໍ້າຄ່າສຳລັບສະຖາບັນໃນການຄົ້ນຄວ້າຮູບແບບການສ້າງບຸກຄະລາກອນນຳໃຊ້. ດ້ວຍການປະສານສົມທົບກັນສາມຝ່າຍ, ສູນຝຶກອົບຮົມແມ່ນໍ້າຂອງ ຈະກາຍເປັນ “ແຫຼ່ງບົ່ມເພາະພັນ” ບຸກຄະລາກອນດ້ານພະລັງງານ ແລະ ບໍ່ແຮ່ຂອງ ສປປ ລາວ.
ຄໍາເຫັນ