ພອນພິມົນ ມອນ​ຈັນ​ດີ ກ້າຝັນ ກ້າເຮັດ ຜູ້ຍິງລາວພິສູດວ່າບໍ່ມີຄຳວ່າ ‘ເຮັດບໍ່ໄດ້

ພອນພິມົນ ມອນ​ຈັນ​ດີ ກ້າຝັນ ກ້າເຮັດ ຜູ້ຍິງລາວພິສູດວ່າບໍ່ມີຄຳວ່າ ‘ເຮັດບໍ່ໄດ້

ພອນພິມົນ ມອນ​ຈັນ​ດີ ກ້າຝັນ ກ້າເຮັດ ຜູ້ຍິງລາວພິສູດວ່າບໍ່ມີຄຳວ່າ ‘ເຮັດບໍ່ໄດ້
ພອນພິມົນ ມອນ​ຈັນ​ດີ ຊື່ຂອງຍິງສາວຄົນໜຶ່ງ ທີ່ພິສູດໃຫ້ໂລກເຫັນວ່າ “ຄວາມຝັນ” ບໍ່ເຄີຍເລືອກຄົນ, ແຕ່ຄົນຕ່າງຫາກທີ່ເລືອກຈະສູ້ເພື່ອມັນ. ຈາກສາວນ້ອຍທຳມະດາ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ທີ່ເຄີຍຄິດເຫັນລົດໄຟເປັນ​ພຽງແຕ່ “ຄວາມຝັນໄກໆ” ໃນຂ່າວມື້​ກ່ອນໆ…​ແຕ່ມື້ນີ້ນາງກັບກາຍເປັນຄົນຢູ່ຫຼັງສາຍງານນັ້ນຢ່າງພາກພູມໃຈ.
ພອນພມນ ມອນ​ຈນ​ດ ກາຝນ ກາເຮດ ຜຍງລາວພສດວາບມຄຳວາ ‘ເຮດບໄດ - image 1
 

ນາງ ພອນພິມົນ ມອນຈັນດີ ຊ່າງກົນຈັກສ້ອມແປງບໍາລຸງຫົວລົດໄຟລາວ-ຈີນໃຫ້ສຳພາດຕໍ່ສື່ມວນຊົນຜ່ານມາວ່າ: ມື້ນີ້, ນ້ອງຢາກແບ່ງປັນເລື່ອງລາວຂອງນ້ອງ ແລະ ການປ່ຽນແປງອັນໃຫຍ່ຫຼວງທີ່ທາງລົດໄຟນຳມາສູ່ບ້ານເກີດເມືອງນອນຂອງນ້ອງ. ປັດຈຸບັນ, ນ້ອງອາຍຸ 28 ປີ, ເປັນຄົນເມືອງໄຊ ແຂວງອຸດົມໄຊ, ຊຶ່ງເປັນເມືອງໜຶ່ງ ທີ່ຢູ່ຕາມແລວເສັ້ນທາງລົດໄຟລາວ-ຈີນ. ປີ 2015, ນ້ອງໄດ້ໄປຮຽນຢູ່ທີ່ວິທະຍາໄລອາຊີວະສຶກສາ ນະຄອນກຸ້ຍຫຍາງ ປະເທດຈີນ. ໃນເວລານັ້ນ, ນ້ອງໄດ້ເຫັນຂ່າວການເລີ່ມກໍ່ສ້າງລົດໄຟລາວ-ຈີນ ໂດຍບັງເອີນ, ເຮັດໃຫ້ນ້ອງຮູ້ສຶກຕື່ນເຕັ້ນ. ຫຼັງຈາກຮຽນຈົບພາສາແລ້ວ, ນ້ອງບໍ່ໄດ້ລັງເລ ເລືອກຮຽນສາຍການຈັດການຂົນສົ່ງທາງລົດໄຟ. ນ້ອງຄິດວ່າ, ມື້ໃດມື້ໜຶ່ງ, ນ້ອງຈະກັບຄືນມາລາວ ເພື່ອເປັນກຳລັງໃຫ້ແກ່ທາງລົດໄຟສາຍນີ້. ນາງກ່າວຕື່ມວ່າ: ນ້ອງຮຽນຈົບຈາກວິທະຍາໄລອາຊີວະສຶກສາ ນະຄອນກຸ້ຍຫຍາງ ປີ 2020, ນ້ອງໄດ້ສະໝັກເຂົ້າເຮັດວຽກ ຢູ່ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໃນເດືອນທັນວາ 2021. ເບື້ອງຕົ້ນແມ່ນມາຝຶກງານ ຢູ່ສູນປະຕິບັດງານ ແລະ ບຳລຸງສ້ອມແປງຫົວຈັກລົດໄຟນະຄອນຫຼວງວຽງຈັນ. ເດືອນກຸມພາ 2022, ນ້ອງໄດ້ສອບເສັງຜ່ານຈາກພະນັກງານທົດລອງ ມາເປັນພະນັກງານທາງລົດໄຟ ແລະ ໄດ້ກາຍເປັນຊ່າງກົນຈັກຫົວລົດໄຟ ຂອງລົດໄຟລາວ-ຈີນ ຢ່າງເປັນທາງການ, ມີໜ້າທີ່ຕົ້ນຕໍຄື ກວດກາ ແລະ ບຳລຸງຮັກສາຫົວຈັກລົດໄຟ, ທົດລອງອຸປະກອນ, ຈັດການເຄື່ອງມື ແລະ ອຸປະກອນຂອງກຸ່ມງານອື່ນໆ. ເວົ້າຕາມຄວາມຈິງ, ຊ່າງກົນຈັກຫົວລົດໄຟ ແມ່ນວຽກຂອງຜູ້ຊາຍເພາະວ່າຕ້ອງໃຊ້ຄວາມແຂງແຮງທາງດ້ານຮ່າງກາຍສູງ. ແຕ່ນ້ອງມັກດ້ານກົນຈັກແຕ່ນ້ອຍ, ມັກຖອດ ມັກແປງ ແລະ ປະກອບສິ່ງຕ່າງໆ.

ຕອນເລີ່ມເຮັດວຽກໃໝ່ໆ, ນ້ອງເຄີຍພົບກັບຂໍ້ຫຍຸ້ງຍາກ ທັງດ້ານປະສົບການ ແລະ ຄວາມແຂງແຮງທາງຮ່າງກາຍ ໃນເວລາຖອດຊິ້ນສ່ວນຂະໜາດໃຫຍ່, ການຍ້າຍເຄື່ອງມືໜັກໆ ລ້ວນແຕ່ເປັນສິ່ງທ້າທາຍສຳລັບນ້ອງ. ແຕ່ນ້ອງບໍ່ໄດ້ທໍ້ຖອຍ, ທຸກຄັ້ງທີ່ມີເວລາຫວ່າງ ກໍຈະຖາມອາຈານຝ່າຍຈີນ, ຝຶກທ່າທາງການອອກແຮງທີ່ຖືກຕ້ອງ, ຮຽນຮູ້ການໃຊ້ເຄື່ອງມືຊ່ວຍ, ພ້ອມທັງອອກກຳລັງກາຍ ເພື່ອເພີ່ມຄວາມແຂງແຮງໃຫ້ຮ່າງກາຍ. ຝຶກແລ້ວຝຶກອີກ ເມື່ອເວລາຜ່ານໄປ ການເຮັດວຽກ ກໍມີຄວາມປອດໄພ ແລະ ມີປະສິດທິພາບສູງຂຶ້ນ. ປັດຈຸບັນນ້ອງຄິດວ່າ: ເມື່ອທຽບໃສ່ເພື່ອນຮ່ວມງານຜູ້ຊາຍ, ຊ່າງກົນຈັກທີ່ເປັນຜູ້ຍິງ ຈະມີຄວາມພິຖີພິຖັນ ແລະ ອົດທົນກວ່າ, ມີຄວາມລະອຽດອ່ອນກວ່າ ໃນດ້ານການກວດກາອຸປະກອນ, ການວັດແທກຊິ້ນສ່ວນ ແລະ ຄວາມຖືກຕ້ອງຂອງການປະກອບອາໄຫຼ່.

ພອນພມນ ມອນ​ຈນ​ດ ກາຝນ ກາເຮດ ຜຍງລາວພສດວາບມຄຳວາ ‘ເຮດບໄດ - image 2
 

ພອນພິມົນ ມອນຈັນດີ ບອກໃຫ້ຮູ້ອີກວ່າ: ໜ້າວຽກຂອງນ້ອງແມ່ນເຮັດໃນຕອນກາງຄືນ, ເມື່ອຂະບວນລົດໄຟ ສຳເລັດການແລ່ນປະຈຳວັນ ກັບເຂົ້າມາເຕົ້າໂຮມ ພວກນ້ອງກໍເລີ່ມກວດກາຫົວຈັກລົດໄຟ. ຕອນຫົວລົດໄຟຫາກໍກັບມາຈາກການແລ່ນ ແນ່ນອນອຸນຫະພູມພາຍໃນຮ້ອນສູງເຖິງ 40-50 ອົງສາ, ປົກກະຕິແລ້ວໃຊ້ເວລາ 30-45 ນາທີ ໃນການກວດກາຈຶ່ງສຳເລັດ, ເຖິງແມ່ນວ່າຮ້ອນແນ່, ເມື່ອຍແນ່ ກໍຕ້ອງອົດທົນເພາະວ່າວຽກງານກວດກາບຳລຸງຮັກສາ ແມ່ນໄດ້ຄຳນຶງເຖິງຄວາມປອດໄພຂອງຊີວິດຜູ້ໂດຍສານ, ບໍ່ສາມາດເຮັດຕາມວາດ ຫຼື ລະເລີຍໄດ້ ຕ້ອງຮັບປະກັນໃຫ້ລົດໄຟແລ່ນຢ່າງປອດໄພ.

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.
ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 24 ພະຈິກນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ.
ເພີ່ມເຕີມ