ສານອວຍພອນເຖິງ ພະນະທ່ານຢູນ ຊອກ ຢອນ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດ ສກົາຫຼີ

ພະນະທ່ານທອງລຸນ ສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານຢູນ ຊອກ ຢອນ

ປະທານາທິບໍດີແຫ່ງສາທາລະນະລັດເກົາຫຼີ ໂດຍມີເນື້ອໃນວ່າ:ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ສາທາລະນະລັດ ເກົາຫຼີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫຼີ ຄົບຮອບ 75 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີໝາກຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະຜ່ານມາ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະໄດ້ຕ້ອນຮັບ ແລະ ພົບປະກັບ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໃນເດືອນຕຸລາ 2024 ນີ້ຊຶ່ງເປັນໂອກາດດີ ທີ່ຈະໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍ ລາວ - ສເກົາຫຼີ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດນີ້, ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນ ສາທາລະນະລັດ ເກົາຫຼີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ຈະເລີນກ້າວໜ້າຍິ່ງໆຂຶ້ນ.
ໃນໂອກາດດຽວກັນ ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານຮັນ ດອກ ຊູນາຍົກລັດຖະມົນຕີແຫ່ງ ສາທາລະນະລັດເກົາຫຼີແລະພະນະທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງພະນະທ່ານ ໂຈ ແຕ ຢຸນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດເກົາຫຼີ ເຊັ່ນດຽວກັນ

ຄໍາເຫັນ

ແຈ້ງການ

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມໃນວັນທີ 18 ກໍລະກົດ ຫາ ວັນທີ 19 ກໍລະກົດ 2025 ຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ກ່າວຄຳເຫັນເປີດ ແລະ ປິດກອງປະຊຸມ.
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງພະນະທ່ານ ປຣາກ ໂຊຄົນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍ​​ຄະ​ນະ​ ຈະເດີນ​ທາງ​​ຢ້ຽມ​ຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຢ່າ​ງ​ເປັນ​ທາງ​ການ​
ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນເກີດ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ຄົບຮອບ 68 ປີ.
ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະ ທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດບຸນປະເພນີ “Naadam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະຂອງການປະຕິວັດປະຊາຊົນ ມົງໂກລີ ຄົບຮອບ 104 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ  ກຳປູເຈຍ

ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ ກຳປູເຈຍ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ ຄົບຮອບ 74 ປີ (28/6/1951-28/6/2025), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ສະມາຊິກພັກ ແລະ ປະຊາຊົນ ກຳປູເຈຍ ທຸກທົ່ວໜ້າ.
ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ ຊຶ່ງເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ (1/7/1921-1/7/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ຈົດໝາຍຊົມເຊີຍ

ຈົດໝາຍຊົມເຊີຍ

ວັນທີ 24 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງ ພະນະທ່ານ ຊັງຕັງຊາທາຣ ກອມບໍຈາວ (Gombojov Zandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ນະຄອນຫຼວງອູລານບາຕໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ພະນະທ່ານ ໃນ​ໂອກ​າດທີ່​ໄດ້​ຮັບການ​ແຕ່ງຕັ້ງໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ມົງໂກລີ ຄົນໃໝ່.
ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ