ໂຄງການຝຶກອົບຮົມຄັ້ງນີ້, ຜູ້ນໍາຂອງຈີນໄດ້ຊຸກຍູ້ຢ່າງຕັ້ງໜ້າ ຊຶ່ງໂຄງການດັ່ງກ່າວໄດ້ກາຍເປັນຂົວເຊື່ອມຕໍ່ອັນສຳຄັນໃນການສົ່ງເສີມມິດຕະພາບ ແລະ ການຮ່ວມມືລະລະວ່າງຈີນກັບບັນດາປະເທດທີ່ກ່ຽວຂ້ອງ, ໂຄງການຝຶກອົບຮົມມີຈຸດປະສົງເພື່ອແລກປ່ຽນສຳມະນາ ແລະ ສົ່ງເສີມມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງຈີນກັບບັນດາປະເທດພວມພັດທະນາໃນຂົງເຂດສື່ມວນຊົນ ກໍຄືຂົງເຂດອື່ນໆ ພ້ອມທັງສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດພວມພັດທະນາ.
ກິດຈະກຳຕົ້ນຕໍຂອງໂຄງການປະກອບມີ ການບັນຍາຍຕາມຫົວຂໍ້, ການສຳມະນາສະເພາະດ້ານ, ການຢ້ຽມຢາມ ແລະ ການສຶກສາພາກສະໜາມ ພ້ອມທັງກິດຈະກຳສຳຜັດວັດທະນະທຳ, ໃນໄລຍະດຳເນີນໂຄງການຝຶກອົບຮົມ, ສື່ມວນຊົນລາວຈະໄດ້ຮັບຄວາມຮູ້ຈາກນັກຊ່ຽວຊານ, ນັກວິຊາການກ່ຽວກັບການພັດທະນາດ້ານສັງຄົມ ແລະ ເສດຖະກິດຂອງຈີນ, ນະໂຍບາຍ ແລະ ມາດຕະການຕ່າງໆ ໂດຍສະເພາະຜົນສຳເລັດ ແລະ ບົດຮຽນທີ່ໄດ້ຮັບນັບແຕ່ຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄືຂໍ້ມູນສະເພາະດ້ານທີ່ພົວພັນຢ່າງໃກ້ຊິດກັບຫົວຂໍ້ຂອງໂຄງການຝຶກອົບຮົມ. ພ້ອມນັ້ນ, ບັນດາສື່ມວນຊົນຍັງຈະໄດ້ໄປຢ້ຽມຢາມ ແລະ ສຶກສາພາກສະໜາມຢູ່ບາງແຂວງ, ນະຄອນ, ສະຖາບັນ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງຈີນ, ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນໄປຈົນເຖິງວັນທີ 27 ສິງຫາ 2026 ຈຶ່ງຈະສຳເລັດ. ຂ່າວ: ພູວັນ
ຄໍາເຫັນ