ສົ່ງສານອວຍ ພອນເຖິງ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ

ສານອວຍພອນ

ວັນທີ 9 ກັນຍາ ນີ້ີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍ ພອນເຖິງ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ

 

 ຊຶ່ງມີເນື້ອໃນວ່າ: ສະຫາຍ ນາງ ແຈ ຊອນ ຮຸຍ ທີ່ຮັກແພງ,

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 76 ປີ, ຕາງໜ້າໃຫ້ແກ່ ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດອັນເປັນມູນເຊື້ອ ລະຫວ່າງສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ກໍຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອປະກອບສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ນາງ ເພັນນີີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ເຄື່ອຈັກກະພົບ ອົສຕຣາລີ ທີ່ ແຄນເບີຣາ ຊຶ່ງມີເນື້ອໃນວ່າ: ໃນນາມກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດແຫ່ງເຄືອຈັກກະພົບອົສຕຣາລີຄືນໃໝ່ອີກສະໄໝໜຶ່ງ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ລີ ແຈມຽງ ປະທານາທິບໍດີແຫ່ງສາທາລະນະລັດເກົາຫຼີ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30
ໂທລະເລກເສົ້າສະຫຼົດໃຈ

ໂທລະເລກເສົ້າສະຫຼົດໃຈ

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ
ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ໃນວັນທີ 14 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຟຣີດຣິດຊ໌ແມດຊ໌ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງມີເນື້ອໃນວ່າ:
ແຈ້ງການ  ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ
ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈຊັງກາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ
ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້,  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ເລືອງ ເກື່ອງປະ​ທານ​ປະ​ເທດ
ເພີ່ມເຕີມ