ສານອວຍພອນສານອວຍພອນເຖິງ:ສະຫາຍ ສີ ຈິ້ນຜິງ

ສານອວຍພອນ

ໃນວັນທີ 30 ກັນຍານີ້, ສະຫາຍທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 ໄດ້ສົ່ງສານອວຍພອນສານອວຍພອນເຖິງ:ສະຫາຍ ສີ ຈິ້ນຜິງເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນທີ່ ນະຄອນຫຼວງປັກກິ່ງ. ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ນັບຖື, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.
ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949 ຖືເປັນເຫດການທີ່ມີຄວາມໝາຍສຳຄັນຍິ່ງ ແລະ ເປັນໄຊຊະນະປະຫວັດສາດ ໃນພາລະກິດຕໍ່ສູ້ປະຕິວັດ ຂອງປະຊາຊົນຈີນອ້າຍນ້ອງ ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ, ເປັນບາດລ້ຽວປະຫວັດສາດສຳຄັນ ແຫ່ງ ການເລິ່ມຕົ້ນສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ. ຕະຫຼອດໄລຍະ 75 ປີຜ່ານມານັ້ນ, ພັກກອມມູນິດຈີນ ໄດ້ສືບຕໍ່ຢຶດໝັ້ນ ລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕີ້ງສຽວຜິງ, ແນວຄິດສໍາຄັນ 3 ຕົວແທນ, ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ແນວຄິດສີຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ ພາລະກິດສ້າງສັງຄົມນິຍົມ ຢູ່ ສປ ຈີນ, ເຮັດໃຫ້ບົດບາດການນໍາພາຂອງ ພັກກອມມູນິດຈີນ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ພາລະກິດສ້າງສາສັງຄົມນິຍົມຢູ່ປະເທດຈີນ ໄດ້ມີຜົນສຳເລັດຢ່າງຮອບດ້ານ ແບບກ້າວກະໂດດ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ນັບມື້ນັບກ້າວຂຶ້ນສູ່ຄວາມທັນສະໄໝເຂັ້ມແຂງ, ສັງຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນ ຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ ກໍນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງເປັນປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວ ເປັນການປຸກລະດົມກໍາລັງໃຈອັນແຮງກ້າແກ່ ພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ໃນປັດຈຸບັນ.
ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ຄວາມເອົາໃຈໃສ່ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ທິດຊີ້ນຳທີ່ເປັນເອກະພາບກັນ ລະຫວ່າງ ການນຳສູງສຸດ ສອງພັກ, ສອງປະເທດ, ການພົວພັນທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ໄດ້ຮັບການເພີ່ມພູນຄູນສ້າງແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະໃໝ່.
ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ໃນປັດຈຸບັນ.
ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງສືບຕໍ່ປະສົບຜົນສໍາເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດການສ້າງປະເທດຈີນ ສັງຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນວາງອອກ, ບັນລຸເປົ້າໝາຍສູ້ຊົນ “100 ປີ ເຫດການທີສອງ” ແລະ ຄວາມມຸ້ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.
ຂໍອວຍພອນໃຫ້ ສາຍພົວພັນທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ປະກອບສ່ວນ ເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ; ດ້ວຍຄວາມນັບຖືຖານສະຫາຍ.
ໃນໂອກາດດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ສະເຫຼີມ ໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປ ຈີນ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ເພີ່ມເຕີມ