ສານອວຍພອນ

ສານອວຍພອນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:

 

ເນື່ອງໃນໂອກາດວັນສ້າງພັກກອມມູນິດຈີນ ຄົບຮອບ 105 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ຄະນະກຳມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະ ຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຕະຫຼອດໄລຍະ 105 ປີ ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ກ້າວໄປເຖິງການສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນປີ 1949, ໄດ້ນຳພາປະຊາຊົນຈີນ ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໃນປີ 1978 ເປັນຕົ້ນມາ ແລະ ການນຳຮຸ່ນຕ່າງໆຂອງຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນສ້າງສາປະເທດສັງຄົມນິຍົມຕາມສີສັນຂອງຈີນ. ກ້າວເຂົ້າສູ່ຍຸກໃໝ່, ການຈັດຕັ້ງຜັນຂະຫຍາຍ ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ຕາມທິດຫັນເປັນທັນສະໄໝ ແລະ ມີຄຸນະພາບສູງ ຍິ່ງເຮັດໃຫ້ ສປ ຈີນ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວສູງຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ, ຖານະບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະ 105 ປີທີ່ຜ່ານມາ, ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ຈະສາມາດບັນລຸໝາກຜົນອັນໃຫຍ່ຫຼວງໃນການຟື້ນຟູຄວາມສີວິໄລຂອງຊົນຊາດຈີນ, ບັນລຸເປົ້າໝາຍ 100 ປີ ເຫດການທີສອງ, ນຳເອົາປະເທດຊາດກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ ຕາມສີສັນພິເສດຂອງຈີນ ຢ່າງແນ່ນອນ.

ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ເຖິງແມ່ນສະພາບການພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະມີການຜັນແປຢ່າງສະຫຼັບຊັບຊ້ອນກໍຕາມ, ແຕ່ພາຍໃຕ້ການນໍາພາຂອງສອງສູນກາງພັກ ລາວ-ຈີນ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໃນປັດຈຸບັນ, ຊຶ່ງໝາກຜົນດັ່ງກ່າວນັ້ນ ເກີດຂຶ້ນໄດ້ຍ້ອນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ລະຫວ່າງສອງພັກ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ອັນໄດ້ເຮັດໃຫ້ການຮ່ວມມືໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ,ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຂະແໜງການ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ພັກ, ລັດ ແລະ ປະຊາຊົນລາວ ຢືນຢັນຢ່າງໜັກແໜ້ນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຍຸຕິທໍາ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດແຫ່ງການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ສ້າງປະເທດຈີນໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ທັນສະໄໝ ແລະ ມີຄວາມຮຸ່ງເຮືອງສີວິໄລ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່ ຈົງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດກຳປູເຈຍ

ສານອວຍພອນວັນຊາດກຳປູເຈຍ

ວັນ​ທີ 9 ພະຈິກ 2026, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງພະ​ບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະ​ມະຫາ​ກະສັດ ​ແຫ່ງຣາຊະ​ອານາຈັກກໍາປູ​ເຈຍ ທີ່ນະຄອນຫຼວງ​ພະນົມ​ເປັນ ຊຶ່ງມີເນື້ອໃນວ່າ:ພະ​ບາດສົມ​ເດັດ;ເນື່ອງ​ໃນ​ໂອກາດ​ວັນ​ປະກາດ​ເອ​ກະລາດ ແຫ່ງ ຣາຊະ​ອານາຈັກກໍາປູ​ເຈຍທີ່ຈະໄດ້ໝູນວຽນມາຄົບຮອບ73ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມເຊີຍອັນ​ອົບອຸ່ນ ​ແລະພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງພະ​ບາດສົມ​ເດັດແລະປະຊາຊົນ​ກໍາປູ​ເຈຍ ອ້າຍນ້ອງ ທຸກ​ຖ້ວນ​ໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ພະນະທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ສາທາລະນະລັດເບລາຣຸດຊີຢ່າງເປັນທາງການ
ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ເພີ່ມເຕີມ