ພວກຂ້າພະເຈົ້າ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສຳເລັດໃຫຍ່ຫຼວງ ທີ່ພັກປະຊາຊົນກຳປູເຈຍ ຍາດມາໄດ້ໃນຕະຫຼອດໄລຍະ 74 ປີ ຜ່ານມາ, ຊຶ່ງໄດ້ນຳພາຂະບວນການຕໍ່ສູ້ຕ້ານລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ນຳພາປະຊາຊົນກຳປູເຈຍ ລຸກຮືຂຶ້ນໂຄ່ນລົ້ມລະບອບຂ້າລ້າງເຜົ່າພັນຂອງໂປ່ນປົດ, ສືບຕໍ່ນຳພາພະລາກິດການຟື້ນຟູ, ສ້າງສາພັດທະນາປະເທດຊາດຜ່ານຜ່າສິ່ງທ້າທາຍນາໆປະການ ຈົນສາມາດຍາດໄດ້ຜົນສຳເລັດຮອບດ້ານໃນປັດຈຸບັນ ເຮັດໃຫຣາຊະອານາຈັກກຳປູເຈຍ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ, ບົດບາດ ແລະ ອິດທິພົນຂອງພັກ ນັບມື້ນັບສູງເດັ່ນຂຶ້ນໃນເວທີການເມືອງພາຍໃນປະເທດ ແລະ ເວທີສາກົນ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ກໍາປູເຈຍ, ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນຜູ້ນຳໜ້ານັ້ນ, ປະຊາຊົນກໍາປູເຈຍອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ບັນລຸຕາມ 5 ເປົ້າໝາຍຍຸດທະສາດ ຂອງພັກປະຊາຊົນ ກຳປູເຈຍ ທີ່ໄດ້ກຳນົດໄວ້.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ກໍຄື ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລາວ-ກຳປູເຈຍ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄືເພື່ອພາລະກິດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຄໍາເຫັນ