ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ ຊຶ່ງເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ (1/7/1921-1/7/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 104 ປີຜ່ານມາ ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າບັ້ນທົດສອບທີ່ີຫຍຸ້ງຍາກ, ລຳບາກຂ້ຽວຂາດນາໆປະການ ແລະ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ມີຄວາມໝາຍປະຫວັດສາດ ໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່. 
ພັກປະຊາຊົນປະຕິວັດລາວ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ກໍຄື ການສ້າງສັງຄົມນິຍົມທີ່ທັນສະໄໝແບບຈີນ, ຊຶ່ງໄດ້ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກໍາລັງໃຈຢ່າງແຮງກ້າໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການສືບຕໍ່ດໍາເນີນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ການນໍາພາ ຂອງສອງ ສູນກາງພັກ ລາວ-ຈີນ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດຢ່າງເປັນຮູບປະທໍາ, ຊຶ່ງນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການນໍາພາຊີ້ນໍາ ພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດ ຂອງ ຈີນ, ບັນລຸເປົ້າໝາຍໃນການສ້າງ ສາທາລະນະລັດ ປະຊາຊົນຈີນ ເປັນປະເທດສັງຄົມນິຍົມ ທີ່ທັນສະໄໝຮອບດ້ານ, ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.  

ຄໍາເຫັນ

ແຈ້ງການ

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ສານສະແດງຄວາມ​ຊົມເຊີຍ

ສານສະແດງຄວາມ​ຊົມເຊີຍ

ພະນະ​ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ​ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ​ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.
ເພີ່ມເຕີມ