ສານອວຍພອນເຖິງ: ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ໃນວັນທີ 1 ກັນຍານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ;ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 ໄດ້ ສົ່ງສານອວຍພອນເຖິງ: ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມປະທານປະເທດ; ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ; ສະຫາຍ ເຈິ່ນ ແທັງ ເມີ້ນປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມທີ່ ນະຄອນຫຼວງຮ່າໂນ້ຍຊຶ່ງມີເນື້ອໃນວ່າ: ບັນດາສະຫາຍ ທີ່ຮັກແພງ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ,ໄມຕີຈິດມິດຕະພາບອັນດູດດື່ມ,ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ວິລະຊົນອ້າຍນ້ອງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ທີ່ມີກຽດສະຫງ່າ ໃນຕະຫຼອດໄລຍະ 79 ປີຜ່ານມາ, ປະຊາຊົນຫວຽດນາມ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກແໜ້ນ,ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງວະໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ,ຖານະບົດບາດຂອງ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ບັນດາຜົນສຳເລັດຂອງ ສສ ຫວຽດນາມ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ, ໂດຍສະເພາະ ຕໍ່ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມສ້າງຂຶ້ນນັ້ນ ສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ກາຍເປັນມູນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ.

ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດທີ່ຫາຍາກໃນການພົວພັນສາກົນ, ໜຶ່ງບໍ່ມີສອງ ຂອງພວກເຮົາ ໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ພາຍໃຕ້ການນໍາພາ ຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕ ເລິມ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

ໃນໂອກາດດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ເພີ່ມເຕີມ