ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ໃນວັນທີ 9 ກັນຍາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ທີ່ນະຄອນຫຼວງພຽງຢາງ ໂດຍມີເນື້ອໃນວ່າ:

 

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຄົບຮອບ 77 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

ໃນຖານະເພື່ອນມິດທີ່ໃກ້ຊິດ, ພວກຂ້າພະເຈົ້າມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ ສປປ ເກົາຫຼີ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຫຼາຍກວ່າ 7 ທົດສະວັດຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກແຮງງານເກົາຫຼີອັນມີສະຫາຍເປັນຜູ້ນໍາໜ້າ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບຜົນສຳເລັດໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ນັບມື້ເຂັ້ມແຂງເພື່ອບັນລຸເປົ້າໝາຍແຫ່ງການກໍ່ສ້າງສັງຄົມນິຍົມຢ່າງສະຫງ່າງາມ.

ຂ້າພະເຈົ້າມີຄວາມຍິນດີສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເກົາຫຼີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາກໍຄື ເພື່ອພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນມາຍັງສະຫາຍຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານເຖິງ ສະຫາຍ ປາກ ແທ ຊອງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດປະຊາຊົນ ປະຊາທິປະໄຕເກົາຫຼີ ແລະ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານ ເຖິງ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານອວຍພອນວັນຊາດ ສປປ ເກົາຫຼີ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານອວຍພອນ ເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ ຊຶ່ງມີເນື້ອໃນວ່າ: ສະຫາຍ ກິມເຈິງອຸນ ທີ່ນັບຖື; ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ; ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ; ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ;
ເພີ່ມເຕີມ