ສະຖານທີ່ທ່ອງທ່ຽວຊົນນະບົດ ສາມມານ ກິ່ງແຂວງສິບສອງພັນນາ

ສະຖານທີ່ທ່ອງທ່ຽວຊົນນະບົດ ສາມມານ ກິ່ງແຂວງສິບສອງພັນນາ

ສະຖານທີ່ທ່ອງທ່ຽວຊົນນະບົດ ສາມມານ ກິ່ງແຂວງສິບສອງພັນນາ
ໃນໂອກາດທີ່ຄະນະຜູ້ແທນລາວ ຈາກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເດີນທາງເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາສື່ມວນຊົນ ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ທີ່ນະຄອນຄຸນໝິງ ແລະ ກິ່ງແຂວງສິບສອງພັນນາ ແຂວງຢຸນໜານ ສປ ຈີນ, ມີຄະນະຜູ້ແທນ,ອົງການຂ່າວຫຼາຍກວ່າ 10 ປະເທດເຂົ້າຮ່ວມ ໃນລະຫວ່າງວັນທີ 13-17 ກໍລະກົດ 2026.
ສະຖານທທອງທຽວຊນນະບດ ສາມມານ ກງແຂວງສບສອງພນນາ - image 1
 

 

 

. ໂອກາດດັ່ງກ່າວ, ຄະນະຜູ້ແທນ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ສາມມານ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ວັງ ຮວາຍ ປິງ ເລຂາຄະນະພັກເມືອງເມີ້ງຮັນ ຊຶ່ງທ່ານ ໄດ້ໃຫ້ຮູ້ກ່ຽວກັບຜົນສຳເລັດຕົວຈິງຂອງ ສາມມານ ວ່າ: ສາມມານ ເປັນເຂດສາທິດການທ່ອງທ່ຽວຊົນນະບົດທີ່ປະກອບດ້ວຍ 3 ບ້ານຄື: ບ້ານມານຄົງໄຕ, ມານລວານຈານ ແລະ ບ້ານມານຄົງມາຍ ໂດຍໄດ້ລວມເອົາສາມບ້ານທີ່ຢູ່ຕິດກັນ ທາງພູມສັນຖານ ແລະ ມີຮີດຄອງປະເພນີຄ້າຍຄືກັນ ເພື່ອຮ່ວມກັນພັດທະນາພື້ນທີ່, ສົ່ງເສີມການແບ່ງປັນຊັບພະຍາກອນ ແລະ ເສີມສ້າງຜົນປະໂຫຍດ, ຟື້ນຟູຊັບພະຍາກອນຂອງບ້ານໃນຫຼາຍດ້ານ ໂດຍສະເພາະການພັດທະນາອຸດສາຫະກຳໃໝ່, ໃນຮູບແບບທຸລະກິດໃໝ່, ກໍ່ສ້າງຊາວກະສິກອນເປັນມືອາຊີບປະເພດໃໝ່ ແລະ ຄ່ອຍໆສ້າງໂຄງການຕົວແບບ ສຳລັບການຟື້ນຟູຊົນນະບົດ ທີ່ປະສົມປະສານການພັກຜ່ອນ ໃນປ່າຝົນ, ການສ້າງສິລະປະ, ການທ່ອງທ່ຽວ, ກະສິກໍາ-ຫັດຖະກໍາ ແລະ ການດູແລສຸຂະພາບ.

ສະຖານທທອງທຽວຊນນະບດ ສາມມານ ກງແຂວງສບສອງພນນາ - image 2
 

ໃນນັ້ນ, ບ້ານມານລວານຈານ ເປັນບ້ານຫຼັກຂອງເຂດສາມມານ, ແມ່ນບ້ານຕົວແບບສຳລັບການທ່ອງທ່ຽວດ້ານສຸຂະພາບ ແລະ ປະກອບດ້ວຍສູນຝຶກອົບຮົມຟື້ນຟູຊົນນະບົດ ມີຕຶກອາຄານສະໜັບສະໜູນຂອງບ້ານ ໂດຍຮ່ວມມືກັບມະຫາວິທະຍາໄລກະສິກຳຈີນ, ຈັດການແລກປ່ຽນທາງວິຊາການ, ເວທີປາໄສ ແລະ ກິດຈະກຳຝຶກອົບຮົມຕ່າງໆເປັນປະຈຳ. ການພັດທະນາເສດຖະກິດລວມໝູ່, ສາມາດລົງທຶນໄດ້ຫຼາຍຂຶ້ນ ໃນໂຄງການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນ ການສ້ອມແປງຖະໜົນຫົນທາງ, ການຍົກລະດັບຫ້ອງນ້ຳສາທາລະນະ ແລະ ການປັບປຸງສິ່ງແວດລ້ອມ, ເຮັດໃຫ້ສະພາບແວດລ້ອມຂອງບ້ານດີຂຶ້ນເລື້ອຍໆ. ປັດຈຸບັນ, ໄດ້ຝຶກອົບຮົມພະນັກງານ ໃຫ້ບໍລິການທີ່ໄດ້ມາດຕະຖານ. ສິ່ງນີ້ບໍ່ພຽງແຕ່ປັບປຸງຄວາມສາມາດ ໃນການບໍລິການ ແລະ ການຕ້ອນຮັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ແຕ່ຍັງໄດ້ບົ່ມເພາະພອນສະຫວັນທ້ອງຖິ່ນ, ເສີມສ້າງຄວາມສາມາດໃນການສ້າງເສດຖະກິດລວມໝູ່ ແລະ ຊ່ອງທາງລາຍຮັບຂອງບ້ານໃຫ້ເຂັ້ມແຂງຍິ່ງຂຶ້ນ.

ສະຖານທທອງທຽວຊນນະບດ ສາມມານ ກງແຂວງສບສອງພນນາ - image 3
 

ທ່ານເລຂາຄະນະພັກ ເມືອງເມີ້ງຮັນ ໄດ້ກ່າວໃຫ້ຮູ້ອີກວ່າ: ໃນເຂດສວນກ້ວຍໄມ້ທີ່ໄດ້ປ່ຽນໂສມໜ້າມາຈາກສວນຢາງພາລາກ່ອນໜ້ານີ້ ຊຶ່ງຕົ້ນຢາງພາລາທີ່ມີຜົນຜະລິດຕໍ່າ ແລະ ເນື້ອທີ່ດິນກໍບໍ່ຖືກນຳໃຊ້ປະໂຫຍດຢ່າງເຕັມທີ່, ສົ່ງຜົນກະທົບທາງລົບຕໍ່ສະພາບແວດລ້ອມ. ຈາກນັ້ນ, ຈຶ່ງໄດ້ຢຶດໝັ້ນຫຼັກການອະນຸລັກຮັກສາ ແລະ ການນຳໃຊ້ທາງດ້ານນິເວດວິທະຍາໄປພ້ອມໆກັນ, ຫຼີກລ່ຽງການຕັດຕົ້ນໄມ້ ຫຼື ທຳລາຍປ່າ, ເພື່ອຮັກສາພື້ນຖານນິເວດວິທະຍາເດີມຂອງສວນຢາງພາລາ. ພ້ອມກັນນັ້ນ, ກໍຍັງໃຫ້ຄວາມຮູ້ກ່ຽວກັບການປູກຢາງພາລາ ແລະ ປະສົບການຕັດຢາງພາລາ. ສວນຢາງພາລາເກົ່າ ໄດ້ກາຍເປັນຈຸດທີ່ນິຍົມສຳລັບນັກທ່ອງທ່ຽວ. ບໍລິເວນໝູ່ບ້ານ ຈະມີສະລອຍນ້ຳ ຊຶ່ງໃນເມື່ອກ່ອນຈະເປັນໜອງນ້ຳແບບທໍາມະຊາດ ທີ່ເຕັມໄປດ້ວຍປ່າຫຍ້າຮົກເຮື້ອ ເຮັດໃຫ້ຮູບລັກສະນະຂອງໝູ່ບ້ານ ແລະ ສະພາບແວດລ້ອມການດຳລົງຊີວິດຂອງຊາວບ້ານ ບໍ່ສະອາດງາມຕາ. ດ້ວຍເຫດນັ້ນ ໜອງນ້ຳແຫ່ງນີ້ ຈຶ່ງໄດ້ຮັບການປັບປຸງບູລະນະຮັກ ໃຫ້ກາຍເປັນສະຖານທີ່ພັກຜ່ອນຢ່ອນອາລົມແບບທໍາມະຊາດ. ພ້ອມນີ້, ພາຍໃນໝູ່ບ້ານ ຍັງມີຕຶກອາຄານແບບໄຕລື້ ທີ່ໄດ້ຮັບການປົກປັກຮັກສາໄວ້ແບບດັ້ງເດີມຂອງຊາວໄຕລື້ ສຳລັບນັກທ່ອງທ່ຽວ ແລະ ພື້ນທີ່ການດຳລົງຊີວິດຕາມຮີດຄອງປະເພນີຂອງຊາວບ້ານ. ວິທີການປ່ຽນແປງນີ້, ຍັງຮັກສາໄວ້ໄດ້ຮູບລັກສະນະຂອງຕຶກອາຄານແບບໄຕລື້ (ເຮືອນຮ້ານ) ໃຫ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຮືອນພັກໃນປັດຈຸບັນ ແມ່ນເຮືອນພັກຫຼັງທຳອິດໃນບ້ານທີ່ຖືກດັດແປງ ແລະ ຍັງເປັນເຮືອນຂອງຫົວໜ້າໝູ່ບ້ານ ມານລວານຈານ ອີກດ້ວຍ. ປັດຈຸບັນ, ໃນໝູ່ບ້ານສາມມານ ມີເຮືອນພັກ 20 ຫຼັງ ທີ່ໄດ້ຖືກດັດແປງ ແລະ ມັກຈະຖືກຈອງເຕັມໃນວັນພັກ, ຊ່ວຍໃຫ້ຊາວບ້ານສາມາດຫາລາຍໄດ້ລ້ຽງຊີບ ຈາກການທ່ອງທ່ຽວຊຸມຊົນ ໄດ້ຢ່າງແທ້ຈິງ.

ສະຖານທທອງທຽວຊນນະບດ ສາມມານ ກງແຂວງສບສອງພນນາ - image 4
 

ທ່ານໄດ້ໃຫ້ຮູ້ຕື່ມວ່າ: ໝູ່ບ້ານສາມມານ ໄດ້ເຕົ້າໂຮມບັນດາແຫຼ່ງຊັບພະຍາກອນທີ່ກະແຈກກະຈາຍເຂົ້າດ້ວຍກັນ ຜ່ານຮູບແບບການພັດທະນາ ພາຍໃຕ້ແນວຄິດ; “ໜຶ່ງບ້ານ ໜຶ່ງຜະລິດຕະພັນ” ຊຶ່ງບໍ່ພຽງແຕ່ຫຼຸດຕົ້ນທຶນການລົງທຶນໃນການພັດທະນາຂະແໜງການຕ່າງໆເທົ່ານັ້ນ, ແຕ່ຫາກຍັງສ້າງເປັນກຳລັງແຮງລວມ ເພື່ອດຶງດູດນັກທ່ອງທ່ຽວອີກດ້ວຍ, ສົ່ງຜົນໃຫ້ທຸກບ້ານແບ່ງປັນຜົນກຳໄລ ແລະ ຜົນປະໂຫຍດຈາກການພັດທະນາລວມ, ເພື່ອໃຫ້ຊາວບ້ານທຸກຄົນ ສາມາດແບ່ງປັນ ໝາກຜົນແຫ່ງການພັດທະນາໄດ້.

ພ້ອມນີ້, ໃນໝູ່ບ້ານສາມມານ ປະກອບມີ ໂຮງງານຜະລິດຕະພັນເບຍ ທີ່ເຮັດຈາກໝາກໄມ້ ແລະ ຊັອກໂກແລັດຫຼາກຫຼາຍຊະນິດ, ຮ້ານກາເຟ ທີ່ໄດ້ຮັບຄວາມນິຍົມໃນໝູ່ບ້ານ, ພື້ນທີ່ມໍຣະດົກວັດທະນະທໍານາມມະທໍາ ແລະ ການເຮັດເຈ້ຍ, ເຄື່ອງປັ້ນດິນເຜົາຂອງເຜົ່າໄຕລື້, ການຕໍ່າແພ, ການສະແດງຟ້ອນກອງຕີນຊ້າງ ແລະ ສູນສິລະປະປ່າຝົນ ເພື່ອເປັນການຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ. ເມື່ອນັກທ່ອງທ່ຽວມາບ້ານແຫ່ງນີ້ ບໍ່ພຽງແຕ່ໄດ້ສໍາຜັດກັບທິວທັດທີ່ເປັນເອກະລັກສະເພາະຂອງບ້ານໄຕລື້ເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບວັດທະນະທໍານາມມະທໍາ ທີ່ໜ້າປະທັບໃຈອີກດ້ວຍ. ເຮັດໃຫ້ມໍລະດົກວັດທະນະທໍານາມມະທໍາ ປ່ຽນຈາກການສະແດງຢູ່ກັບທີ່ ໄປເປັນການເຄື່ອນໄຫວແບບມີສ່ວນຮ່ວມ. ນີ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນຮຽນຮູ້ທັກສະໃໝ່ໆ ແລະ ເພີ່ມລາຍໄດ້ເທົ່ານັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າສາມາດເບິ່ງແຍງຄອບຄົວໄດ້ງ່າຍຂຶ້ນ. ສິ່ງສໍາຄັນ ສາມາດດຶງດູດຜູ້ຄົນໃຫ້ຮຽນຮູ້ກ່ຽວກັບວັດທະນະທຳພື້ນເມືອງຂອງຊົນເຜົ່າໄຕລື້ຫຼາຍຂຶ້ນ.

ປັດຈຸບັນ, ຊາວບ້ານໄດ້ຫັນປ່ຽນ ຈາກຜູ້ຢືນເບິ່ງ ໄປສູ່ຜູ້ມີບົດບາດສໍາຄັນ ແລະ ຄວາມກະຕືລືລົ້ນຂອງເຂົາເຈົ້າ ໃນການເລີ່ມຕົ້ນທຸລະກິດ ແລະ ສ້າງຜົນສຳເລັດໄດ້ຖືກກະຕຸ້ນຢ່າງເຕັມທີ່. ທຸກຄົນເຮັດວຽກຮ່ວມກັນ ເພື່ອບັນລຸເປົ້າໝາຍດຽວກັນ, ລາຍໄດ້ລວມຂອງບ້ານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ທຸກຄົວເຮືອນ ສາມາດໄດ້ຮັບຜົນປະໂຫຍດທີ່ເຫັນໄດ້ຊັດເຈນຈາກການພັດທະນາ.

ໃນມື້ດຽວກັນນັ້ນ, ຄະນະຜູ້ແທນ ກໍໄດ້ໄປຢ້ຽມຊົມສະຖານທີ່ຈະຕຸລັດຫົດນໍ້າ. ເພື່ອສຳຜັດກັບກິດຈະກຳຫົດນໍ້າ ທີ່ເປັນຕົວແທນຂອງຊົນເຜົ່າໄຕລື້. ໃນເຂດທິວທັດສວນຊົນເຜົ່າໄຕ ຊຶ່ງໄດ້ສ້າງຈະຕຸລັດຫົດນໍ້າຂະໜາດໃຫຍ່ ໃຫ້ເປັນບ່ອນຈັດກິດຈະກຳຫົດນໍ້າທຸກໆມື້ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວ ສາມາດສຳຜັດກັບຮີດຄອງປະເພນີຂອງຊົນເຜົ່າໄຕລື້ ໄດ້ໂດຍບໍ່ຕ້ອງລໍຖ້າງານບຸນຫົດນໍ້າ. ກ່ອນກິດຈະກຳຫົດນໍ້າແຕ່ລະຄັ້ງ, ຈະມີຂະບວນແຫ່, ພິທີຕັກນໍ້າ ແລະ ພິທີອວຍພອນ ໂດຍຈະນຳພານັກທ່ອງທ່ຽວ ໄປສຳຜັດກັບວັດທະນະທຳຊົນເຜົ່າ. ນີ້ແມ່ນກິດຈະກຳທີ່ຕ້ອງເຮັດ ເມື່ອມາຢ້ຽມຊົມສວນວັດທະນະທໍາຊົນເຜົ່າໄຕລື້. ກິດຈະກຳພື້ນເມືອງນີ້ ບໍ່ພຽງແຕ່ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວອຸດົມສົມບູນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວັດທະນະທຳການຫົດນໍ້າແບບດັ້ງເດີມຂອງຊົນເຜົ່າໄຕລື້ ໄດ້ດີຍິ່ງຂຶ້ນ. ນອກຈາກນັ້ນ, ຍັງຊ່ວຍເພີ່ມຍອດຂາຍໃຫ້ກັບຮ້ານອາຫານອ້ອມຂ້າງ ແລະ ຜະລິດຕະພັນວັດທະນະທຳ, ຄວາມຄິດສ້າງສັນ, ຂະຫຍາຍຊ່ອງທາງຫາລາຍຮັບໃຫ້ກັບຊາວບ້ານ ແລະ ປ່ຽນວັດທະນະທຳພື້ນເມືອງ ໃຫ້ກາຍເປັນນາມບັດທອງຄຳ ເພື່ອການພັດທະນາຢ່າງແທ້ຈິງ. ຫວັງຢ່າງຍິ່ງວ່າ: ບັນດາທ່ານ ຈະໄປທ່ຽວຊົມ ຈະຕຸລັດຫົດນໍ້າໄຕລື້ ໃນໄວໆນີ້, ບ່ອນທີ່ທ່ານສາມາດສຳຜັດກັບບັນຍາກາດທີ່ມີຊີວິດຊີວາຂອງງານໄດ້ຢ່າງໃກ້ຊິດ.

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ນັກຂ່າວສື່ມວນຊົນຊາວໜຸ່ມລາວ​ແລກປ່ຽນບົດຮຽນດ້ານຂ່າວສານຢູ່ສູນສື່ສານອາຊີ​ -​ປາຊີຟິກ​

ນັກຂ່າວສື່ມວນຊົນຊາວໜຸ່ມລາວ​ແລກປ່ຽນບົດຮຽນດ້ານຂ່າວສານຢູ່ສູນສື່ສານອາຊີ​ -​ປາຊີຟິກ​

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວ​ -​ສື່ມວນຊົນຊາວໜຸ່ມລາວທີ່ຈັດຂຶ້ນຢູ່ນະຫຼວງປັກກິ່ງ​ສາທາລະນະລັດ​ປະຊາຊົນຈີນ​ (ສປ​ຈີນ)​,​ຈັດໂດຍກະຊວງການຄ້າແຫ່ງ​ສປ​ຈີນ,​ ສູນການສຶກສາ​ແລະ​ຝືຶກອົບຮົມຂອງກຸ່ມການສື່ສານສາກົນຈີນນັບແຕ່ວັນທີ7​ຫາ​ 27 ສິງຫາ2026. ໃນວັນທີ​ 10 ສິງຫາຜ່ານມາ,​ຄະນະນັກຂ່າວ​ -​ສື່ມວນຊົນຊາວໜຸ່ມ​ລາວ​ທີ່ເຂົ້າຮ່ວມຝຶກອົບຮົມ​​ໄດ້ເຄື່ອນໄຫວຢ້ຽມຢາມສູນສື່ສານອາຊີ​ -​ປາຊີຟິກ​ຫຼື​ Asia - Pacific Communication Center ຂອງສໍານັກງານກຸ່ມພາສາຕ່າງປະເທດຈີນ​ (ຊີໄອຊີຈີ)​ ຫຼື​ China​International​Communications Group (CICG) ເພື່ອປຶກສາຫາລືສົນທະນາແລກປ່ຽນບົດຮຽນໃນການຮ່ວມມືດ້ານຂ່າວສານ​ລະຫວ່າງ​ສື່ມວນຊົນ​ຈີນ​ -​ລາວ​ແລະ​ການເຜີຍແຜ່ພາກປະຕິບັດວຽກງານຕົວຈິງ.​
ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ສປປ ລາວ ກັບ ຄະນະຜູ້ແທນສະຫະພັນແຮງງານ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຊັ້ນໜຶ່ງ ສະ ໂມສອນແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ໂດຍ ສະຫາຍ ຈິດຕະກອນ ສາຍສະໜຸດ ປະທານສະຫະພັນກໍາມະບານ ແຂວງສາລະວັນ ພ້ອມຄະນະ ແລະ ຝ່າຍຄະນະຜູ້ແທນສະຫະພັນແຮງ ງານ ນະຄອນເຫວ້ ໂດຍ ສະຫາຍ ຫງຽນ ກຸ່ຍ ຮອງປະທານສະຫະພັນແຮງງານ ນະຄອນເຫວ້ ພ້ອມຄະນະ.
ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນໃນວັນທີ 10 ສິງຫາ ນີ້ ທີ່ປັກກິ່ງ ສປ ຈີນ, ຕາງໜ້າຄະນະໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານນາງ ວິລະພອນ ທອງພິມ ກຳມະການພັກ ແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີນັກຂ່າວຈາກ ສປປ ລາວ ແລະ ຄະນະຮັບຜິດຊອບຈາກສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນເຂົ້າຮ່ວມ.
ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ໃນ​ລະ​ຫວ່າງວັນທີ 6 ຫາ 7 ສິງຫາຜ່ານ​ມາ​ນີ້,ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມ ລາວ - ຈີນ, ໄດ້​ນຳ​ເອົາ​ເຄື່ອງ​ນຸ່ງ​ຫົ່ມໄປ​ມອບ​ໃຫ້​ປະ​ຊາ​ຊົນ, ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດທີ່​ອາ​ໄສ​ຢູ່ ເຂດ​ນະ​ຄອນຫຼວງວຽງ​ຈັນຫາ​ເມືອງວັງ​ວຽງ.
ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດແຂວງເຊກອງ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາຜ່ານ​ມາ ທີ່ ແຂວງເຊກອງ, ໂດຍມີທ່ານ ສາກົນ ພອນປະເສີດ ປະທານອົງການກວດກາລັດ ແຂວງເຊກອງ, ທ່ານ ຮິ່ງຢຸຍ ພຸກ ຮອງປະທານອົງການກວດກາລັດ ນະຄອນດາໜັງ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ໃນວັນ ທີ 6 ສິງຫາ ຜ່ານມານີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດປ້າຍ “ຈຸດຝຶກອົບຮົມຢູ່ ສປປ ລາວ ຂອງສະຖາບັນການຊ່າງແຂວງຢູນນານ” ຢ່າງເປັນທາງການ , ເພື່ອຝຶກອົບຮົມທັກສະສີມືແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ-ຊາວຜູ້ອອກແຮງງານ ຢູ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ