ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 4 ເມສາ ຜ່ານມາ ທີ່ສໍານັກພະຣາຊະວັງຈິດຕະຣະດາບາງກອກ ປະເທດໄທ; ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ຊຶ່ງມີເນື້ອໃນວ່າ:

 

ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງກັບ ພະນະທ່ານ ແລະ ຄອບຄົວ ສີພັນດອນ ຕໍ່ການເຖິງແກ່ມໍລະນະກຳ ຂອງ ພະນະທ່ານ ພົນເອກ ຄຳໄຕ ສີພັນດອນຊຶ່ງເປັນບິດາອັນເປັນທີ່ແສນເຄົາລົບຮັກຂອງຄອບຄົວ.

ຂ້າພະເຈົ້າ ໄດ້ມີໂອກາດຫຼາຍຄັ້ງໃນການພົບປະ ແລະ ໂອ້ລົມ ກັບພະນະທ່ານ ພົນເອກ ຄຳໄຕ ສີພັນດອນ ໃນໂອກາດຢ້ຽມຢາມ ສປປ ລາວ ແລະ ໄດ້ມີໂອກາດຢ້ຽມຢາມບ້ານເກີດ ຂອງພະນະທ່ານ ພົນເອກ ຄໍາໄຕ ສີພັນດອນ ທີ່ຈໍາປາສັກ. ພະນະທ່ານ ພົນເອກ ຄໍາໄຕ ສີພັນດອນເປັນບຸກຄົນທີ່ມີຄວາມສະຫຼາດສ່ອງໃສແລະ ມີປະສົບການຊີວິດອັນກວ້າງຂວາງ ທຸກຄັ້ງທີ່ໄດ້ສົນທະນາ ໂອ້ລົມກັບທ່ານ, ຂ້າພະເຈົ້າລ້ວນແຕ່ໄດ້ຮັບຄວາມຮູ້ ແລະ ຂໍ້ຄິດຢ່າງເລິກເຊິ່ງ. ພະນະທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນບຸກຄົນທີ່ີມີບົດບາດສຳຄັນຢ່າງຍິ່ງ ໃນການເສີມຂະຫຍາຍຄວາມເຂັ້ມແຂງ ແລະ ສ້າງສາພັດທະນາປະເທດຊາດ, ຜົນງານ ແລະ ຄຸນງາມຄວາມດີທັງໝົດທີ່ ພະນະທ່ານ ອຸທິດໃຫ້ແກ່ປະເທດຊາດອັນເປັນທີ່ຮັກ ຈະຖືກຈາລຶກໄວ້ ຢ່າງບໍ່ມີວັນລືມ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ວັນ​ທີ 21 ​ຕຸລານີ້, ພະນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະ​ທ່ານ ນາງ ທາກະອິຈິ ຊານາເອະ ນາ​ຍົກ​ລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່​ນະຄອນຫຼວງໂຕ​ກຽວ ຊຶ່ງມີເນື້ອໃນວ່າ: ພະນະທ່ານ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ ແລະ ຄວາມຮູ້ຄວາມສາມາດຂອງ​ພະນະທ່ານ, ປະເທດຍີ່ປຸ່ນຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຢ່າງບໍ່ຢຸດຢັ້ງ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ປະທານປະເທດ ຈະເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີລົງນາມ ສົນທິສັນຍາ ອົງການ ສປຊ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນລະຫວ່າງວັນທີ 24-26 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ສັກຂີພິຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ສານອວຍພອນ

ສານອວຍພອນ

ວັນ​ທີ 12 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ພະລາຊາ ເຟລິບເປ VIແຫ່ງ ລາຊະອານາຈັກ ແອັດສະປາຍ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນປະ​ເສີດມາ​ຍັງ​ ສົມເດັດ ພະລາຊາ ແລະ ປະຊາຊົນ ແອັດສະປາຍ ​ທຸກ​ຖ້ວນ​ໜ້າ ເນື່ອງໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ລາຊະອານາຈັກ ແອັດສະປາຍ ຄົບຮອບ 533 ປີ.
ສານອວຍພອນວັນສ້າງຕັ້ງພັກແຮງງານເກົາຫຼີ

ສານອວຍພອນວັນສ້າງຕັ້ງພັກແຮງງານເກົາຫຼີ

​ໃນ​ວັນ​ທີ 7 ຕຸລາ 2025 ນີ້, ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ​ໄດ້ມອບສານອວຍພອນ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ສປປ ເກົາຫຼີ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ຊຶ່ງມີ​ເນື້ອ​ໃນ​ດັ່ງນີ້:
ສານອວຍພອນ

ສານອວຍພອນ

ວັນທີ 3 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະທ່ານ ຟຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ທີ່ ແບກແລງ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍສົ່ງຄໍາຊົມ​ເຊີຍອັນອົບອຸ່ນ ແລະ​ ພອນ​ໄຊອັນປະ​ເສີດ ມາ​ຍັງ ​ພະ​ນະທ່ານ ແລະ ປະ​ຊາ​ຊົນ ເຢຍລະມັນ ເພື່ອນ​ມິດທຸກຖ້ວນໜ້າເນື່ອງ​ໃນ​ໂອ​ກາດວັນແຫ່ງການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ.
ສານສະແດງຄວາມຊົມເຊີຍ

ສານສະແດງຄວາມຊົມເຊີຍ

ວັນ​ທີ 3 ຕຸລາ 2025 ພະນະ​ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີແຫ່ງສາທາລະນະ​ລັດ​ ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ​ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫຼີ ຄົບຮອບ 76ປີ;
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​
ຜູ້ນຳລາວສົ່ງສານອວຍພອນວັນຊາດ ສປ ຈີນ

ຜູ້ນຳລາວສົ່ງສານອວຍພອນວັນຊາດ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ: ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງ,​ ໂດຍມີເນືອໃນວ່າ:
ເພີ່ມເຕີມ