ສສກ ຮ່ວມກັບ ບໍລິສັດ ຄອນເກດ ສົ່ງເສີມສຸຂະພາບຜົ້ງປາກ ແລະ ແຂ້ວນັກຮຽນລາວ

ສສກ ຮ່ວມກັບ ບໍລິສັດ ຄອນເກດ ສົ່ງເສີມສຸຂະພາບຜົ້ງປາກ ແລະ ແຂ້ວນັກຮຽນລາວ

ສສກ ຮ່ວມກັບ ບໍລິສັດ ຄອນເກດ ສົ່ງເສີມສຸຂະພາບຜົ້ງປາກ ແລະ ແຂ້ວນັກຮຽນລາວ
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ບໍລິສັດ ຄອນເກດ-ປາມໂອລິບ (ປະເທດໄທ) ຈຳກັດ ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສືບຕໍ່ຈັດຕັ້ງປະຕິບັດ "ໂຄງ ການສົ່ງເສີມການຮັກສາສຸຂະພາບຜົ້ງປາກ ແລະ ແຂ້ວ ໃຫ້ນັກຮຽນຊັ້ນປະຖົມສຶກສາ" ຫຼື "Bright Smiles, Bright Futures : BSBF" ໄລຍະປີ 2025-2028 ໃນ 8 ແຂວງເປົ້າໝາຍຂອງ ສປປ ລາວ ຈັດຂຶ້ນໃນວັນທີ 6 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ (ນວ) ຮ່ວມລົງນາມຂອງທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ທ່ານ ນາງ ເພສັດຊະກອນ ຊຸຕິມາ ພິພັດຜົນສະກຸນ ຜູ້ຈັດການອາວຸໂສ ພາກພື້ນອິນໂດຈີນ ພະແນກ Professional Oral Care ບໍລິສັດ ຄອນເກດ-ປາມໂອລິບ (ປະເທດໄທ) ຈຳກັດມີແຂກຖືກເຊີນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິບານ.
ສສກ ຮວມກບ ບລສດ ຄອນເກດ ສງເສມສຂະພາບຜງປາກ ແລະ ແຂວນກຮຽນລາວ - image 1
 

 

ທ່ານ ນາງ ເພສັດຊະກອນ ຊຸຕິມາ ພິພັດຜົນສະກຸນ ໄດ້ສະແດງຄວາມພາກພູມໃຈ ແລະ ກ່າວເຖິງປະ ຫວັດຄວາມເປັນມາຂອງໂຄງການວ່າ: ໂຄງການ Bright Smiles, Bright Futures (BSBF) ໄດ້ດຳເນີນງານມາຢ່າງຕໍ່ເນື່ອງກວ່າ 34 ປີ ໃນ 100 ກວ່າປະເທດທົ່ວໂລກ ແລະ ໄດ້ສ້າງຄວາມຮູ້ດ້ານສຸຂະພາບຜົ້ງປາກໃຫ້ເດັກນ້ອຍແລ້ວກວ່າ 2 ຕື້ຄົນ. ສະເພາະ ສປປ ລາວ ພາຍໃຕ້ (MOU) ສະບັບໃໝ່ນີ້, ບໍລິສັດ ຄອນເກດ ຕັ້ງເປົ້າໝາຍ ຈະສະໜອງອຸປະກອນຮັກສາສຸຂະພາບຜົ້ງປາກ-ແຂ້ວ ແລະ ສື່ການຮຽນ-ການສອນ ເພື່ອເຂົ້າເຖິງນັກຮຽນໃຫ້ເພີ່ມຂຶ້ນກວ່າ 267,000 ຄົນ ໃນ 8 ແຂວງ ແລະ 42 ເມືອງທົ່ວປະເທດ ເຊື່ອໝັ້ນວ່າ ສຸຂະພາບຜົ້ງປາກທີ່ດີແມ່ນຈຸດເລີ່ມຕົ້ນຂອງຄຸນນະພາບຊີວິດທີ່ດີ. ການປູກຝັງພຶດຕິກຳທີ່ຖືກຕ້ອງຕັ້ງແຕ່ໄວເດັກຈະຊ່ວຍໃຫ້ເດັກນ້ອຍເຕີບໃຫຍ່ຢ່າງມີຄວາມໝັ້ນໃຈ ແລະ ມີສຸຂະພາບທີ່ແຂງແຮງ.

ໂອກາດນີ້, ທ່ານ ນາງ ນວມຄຳ ຈັນທະບູລີ ໄດ້ມີຄຳເຫັນເນັ້ນໜັກເຖິງທິດທາງແຜນການຮ່ວມມື ເພື່ອຮັບປະກັນປະສິດທິຜົນຂອງໂຄງການ ໂດຍສະເໜີໃຫ້ບໍລິສັດ ຄອນເກດ ສືບຕໍ່ຂະຫຍາຍການສະໜັບສະໜູນໃຫ້ກວ້າງຂວາງ ໂດຍສະເພາະ ການຫຍັບເຂົ້າຫາເຂດຫ່າງໄກສອກຫຼີກ ທີ່ຍັງຂາດໂອກາດເຂົ້າເຖິງການບໍລິການສາທາລະນະສຸກ; ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ເພື່ອໃຫ້ສາມາດເພິ່ງຕົນເອງ ແລະ ຮັກສານິໄສ ຮັກສຸຂະພາບແຂ້ວໄດ້ໃນໄລຍະຍາວ; ກົມສາມັນສຶກສາ ຈະເປັນເຈົ້າການໃນການສ້າງເຄື່ອງມືຕິດຕາມ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດຢ່າງໃກ້ຊິດ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດຕໍ່ນັກຮຽນ. ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຢ່າງຈິງໃຈ ມາຍັງບັນດາຜູ້ຊ່ຽວຊານດ້ານການແພດ ຈາກກະຊວງສາທາລະນະສຸກ ທີ່ໄດ້ໃຫ້ການຮ່ວມມື ແລະ ຊຸກຍູ້ກິດຈະກຳສົ່ງເສີມການຮັກສາສຸຂະພາບຜົ້ງປາກ ແລະ ແຂ້ວຢ່າງຕັ້ງໜ້າຕະຫຼອດມາ.

ສສກ ຮວມກບ ບລສດ ຄອນເກດ ສງເສມສຂະພາບຜງປາກ ແລະ ແຂວນກຮຽນລາວ - image 2
 

ໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ມາຕັ້ງແຕ່ປີ 2008 ພາຍໃຕ້ການຮ່ວມມືຢ່າງໃກ້ຊິດລະຫວ່າງ ກະຊວງ ສສກ, ກະຊວງສາທາລະນະສຸກ ແລະ ບໍລິສັດ ຄອນເກດ ໂດຍມີໄລຍະການເຕີບໃຫຍ່ຂະຫຍາຍຕົວ ຄື: ໄລຍະປີ 2008-2014 ຈັດຕັ້ງປະຕິບັດໃນ 4 ແຂວງເປົ້າໝາຍ (ນວ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ); ໄລຍະປີ 2015-2017 ສືບຕໍ່ຂະຫຍາຍເປັນ 5 ແຂວງ (ນວ, ສະຫວັນນະເຂດ, ຫຼວງພະບາງ, ວຽງຈັນ ແລະ ຄຳມ່ວນ); ໄລຍະປີ 2019-2021 ສຸມໃສ່ລະດັບເມືອງໃນ 3 ແຂວງ ຄື: ແຂວງຄຳມ່ວນ 10 ເມືອງ, ໄຊຍະບູລີ 11 ເມືອງ ແລະ ແຂວງສາລະວັນ 8 ເມືອງ.

ສຳລັບໂຄງການຮ່ວມມືສະບັບໃໝ່ ລະຫວ່າງສອງພາກສ່ວນ ໄລຍະປີ 2025-2028 ກວມເອົາ 8 ແຂວງເປົ້າໝາຍ ລວມທັງໝົດ 42 ເມືອງ ຄື: ນວ 5 ເມືອງ, ແຂວງວຽງຈັນ 6 ເມືອງ, ບໍລິຄຳໄຊ 5 ເມືອງ, ຄຳມ່ວນ 4 ເມືອງ, ສະຫວັນນະເຂດ 6 ເມືອງ, ສາລະວັນ 5 ເມືອງ, ຈຳປາສັກ 5 ເມືອງ ແລະ ແຂວງໄຊຍະບູລີ 6 ເມືອງ.

ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ