ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ
ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ສ​ສກເລມຄນຄວາ ປດໄຈທຊວຍສງເສມທກສະພາສາລາວ ແລະ ການຮໜງສຂອງນກຮຽນຊນ​ປະ​ຖມ - image 1
 

ຈຸດປະສົງຂອງການຄົ້ນຄວ້າ ແມ່ນເພື່ອສຶກສາການພັດທະນາການຮຽນຮູ້ຂອງນັກຮຽນ ຕະຫຼອດໄລຍະໜຶ່ງສົກຮຽນ ພ້ອມທັງປະເມີນວ່າ ວິທີການສອນ, ສະພາບແວດລ້ອມໃນຫ້ອງຮຽນ ແລະ ສື່ການຮຽນ-ການສອນ ມີສ່ວນຊ່ວຍສົ່ງເສີມຄວາມກ້າວໜ້າຂອງເດັກຄືແນວໃດ. ທັງນີ້, ຜົນການຄົ້ນຄວ້າຈະຖືກນຳໃຊ້ເປັນຂໍ້ມູນພື້ນຖານເຂົ້າໃນການພັດທະນາຫຼັກສູດ, ການຍົກລະດັບວິຊາຊີບຄູ ແລະ ການຈັດຕັ້ງປະຕິບັດບົດຮຽນເສີມດ້ານພາສາຜ່ານສື່ການຮຽນການສອນຝຶກເວົ້າພາສາລາວໃນອະນາຄົດ.

ການຄົ້ນຄວ້າດັ່ງກ່າວໄດ້ເລີ່ມຕົ້ນດ້ວຍກອງປະຊຸມຂັ້ນເລີ່ມຕົ້ນ, ຕາມດ້ວຍກິດຈະກຳຝຶກອົບຮົມໃນອາທິດທີສອງຂອງເດືອນກັນຍາ 2026, ໂດຍມີຜູ້ຕາງໜ້າຈາກ ສສກແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານວົງເພັດ ອຸດົມລິດ, ຜູ້ອຳນວຍການສວສ ປະທານກອງປະຊຸມ ໄດ້ກ່າວເນັ້ນໜັກວ່າ:“ການປັບປຸງທັກສະດ້ານພາສາ ແລະ ການຮູ້ໜັງສື ບໍ່ພຽງແຕ່ການສະໜອງປຶ້ມແບບຮຽນ ຫຼື ການຈັດບົດຮຽນເສີມເທົ່ານັ້ນ, ແຕ່ພວກເຮົາຍັງຈຳເປັນຕ້ອງເຂົ້າໃຈຢ່າງເລິກເຊິ່ງເຖິງສິ່ງທີ່ເກີດຂຶ້ນໃນຫ້ອງຮຽນ ບໍ່ວ່າຈະເປັນວິທີການສອນ, ສື່ການຮຽນ-ການສອນ ແລະ ສະພາບແວດລ້ອມ ທີ່ມີຄວາມກ່ຽວພັນກັນໃນການສົ່ງເສີມການຮຽນຮູ້ຂອງເດັກ. ພ້ອມກັນນັ້ນ, ກໍຕ້ອງຊອກຫາວິທີສະໜັບສະໜູນຄູ ໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງນັກຮຽນ ທີ່ມີພື້ນຖານທາງດ້ານພາສາທີ່ແຕກຕ່າງກັນຢ່າງມີປະສິດທິພາບ”.

ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ:“ທັກສະດ້ານພາສາ ແລະ ການຮູ້ໜັງສື ທີ່ເຂັ້ມແຂງໃນຊັ້ນປະຖົມສຶກສາ ຖືເປັນພື້ນຖານອັນສຳຄັນ ໃຫ້ແກ່ການຮຽນຮູ້ໃນອະນາຄົດ; ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ສະໜັບສະໜູນການຄົ້ນຄວ້າໃນຄັ້ງນີ້ ເພື່ອຊ່ວຍໃຫ້ເດັກນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ຍັງມີຂໍ້ຈຳກັດດ້ານທັກສະພາສາລາວ ສາມາດມີສ່ວນຮ່ວມໃນຫ້ອງຮຽນໄດ້ຢ່າງເຕັມສ່ວນ, ປະສົບຜົນສຳເລັດໃນການຮຽນ, ສືບຕໍ່ມີຄວາມກະຕືລືລົ້ນໃນການສຶກສາ ແລະ ຫຼຸດຜ່ອນຄວາມສ່ຽງໃນການອອກໂຮງຮຽນກ່ອນກຳນົດ”.

ການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ(EGLA)ເປັນຂັ້ນຕອນທຳອິດຂອງການເກັບກຳຂໍ້ມູນພາກສະໜາມເພື່ອວັດແທກທັກສະດ້ານພາສາລາວຂອງນັກຮຽນ ເຊິ່ງໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 16 ກັນຍາ ຫາ 2 ຕຸລາ 2026 ນີ້ ໂດຍນັກເກັບກຳຂໍ້ມູນຈຳນວນ 60 ທ່ານ ທີ່ຜ່ານການຝຶກອົບຮົມທີ່ມາຈາກສວສ, ບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການແຂວງ ແລະ ວິທະຍາໄລຄູ ຈະໄດ້ລົງພື້ນທີ່ເກັບກຳຂໍ້ມູນຢູ່ໂຮງຮຽນປະຖົມຈຳນວນ 250 ແຫ່ງທົ່ວປະເທດ, ເຊິ່ງແບ່ງເປັນ 125 ແຫ່ງໃນເມືອງເປົ້າໝາຍຂອງແຜນງານບີຄວາ ແລະ ອີກ 125 ແຫ່ງໃນເມືອງນອກເປົ້າໝາຍ. ທັງນີ້, ທີມງານຈະດຳເນີນການປະເມີນນັກຮຽນຂັ້ນ ປ.1 ແລະ ປ.3 ທີ່ຖືກຄັດເລືອກ ຜ່ານກິດຈະກຳການຟັງ, ການເວົ້າ, ການຈື່ຈຳຕົວອັກສອນ ແລະ ສຽງ, ການອ່ານ ແລະ ການຂຽນ ເພື່ອໃຊ້ເປັນຂໍ້ມູນພື້ນຖານໃນການວັດແທກຄວາມກ້າວໜ້າທາງການຮູ້ໜັງສືຂອງນັກຮຽນໃນສົກຮຽນ 2026-2027 ໂດຍນັກຮຽນກຸ່ມດຽວກັນນີ້ ຈະໄດ້ຮັບການປະເມີນຄືນອີກຄັ້ງໃນເດືອນເມສາ 2027 ເພື່ອຊ່ວຍໃຫ້ທີມງານຄົ້ນຄວ້າສາມາດວິເຄາະ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການຮຽນຮູ້ຂອງເດັກ, ລວມທັງການປຽບທຽບລະຫວ່າງກຸ່ມເດັກທີ່ເວົ້າພາສາລາວ ແລະ ເດັກທີ່ບໍ່ໄດ້ເວົ້າພາສາລາວເປັນຫຼັກຢູ່ເຮືອນ.

ສ​ສກເລມຄນຄວາ ປດໄຈທຊວຍສງເສມທກສະພາສາລາວ ແລະ ການຮໜງສຂອງນກຮຽນຊນ​ປະ​ຖມ - image 2
 

ທ່ານນາງສີຄານ ເດດລໍວົງ, ຮອງຫົວໜ້າພາກວິຊາເຄມີສາດ ແລະ ຊີວະສາດ ຈາກວິທະຍາໄລຄູຫຼວງນ້ຳທາ ໄດ້ສະແດງທັດສະນະວ່າ: “ຂ້າພະເຈົ້າມີຄວາມສົນໃຈເປັນພິເສດຕໍ່ຂະບວນການເກັບກຳຂໍ້ມູນໃນຂັ້ນໂຮງຮຽນ, ເນື່ອງຈາກຈະຊ່ວຍໃຫ້ພວກເຮົາສາມາດສັງເກດເຫັນສະພາບການຮຽນຮູ້ຂອງນັກຮຽນ, ໂດຍສະເພາະໃນເຂດຫ່າງໄກ ແລະ ໃນກຸ່ມນັກຮຽນຊົນເຜົ່າທີ່ກຳລັງຮຽນຮູ້ພາສາລາວ, ລວມທັງການສອນພາສາລາວຂອງຄູ ແລະ ສະພາບແວດລ້ອມໂດຍລວມຂອງໂຮງຮຽນ.”

ທ່ານນາງ ຄອນສະຫວັນ ໄຊສົມພູ, ຫົວໜ້າພາກວິຊາການສຶກສາກ່ອນໄວຮຽນ, ວິທະຍາໄລຄູ ສະຫວັນນະເຂດ ໄດ້ກ່າວວ່າ: “ຈຸດສຳຄັນຂອງການຄົ້ນຄວ້າຄັ້ງນີ້ແມ່ນເພື່ອຮູ້ຈັກທັກສະການຮຽນຮູ້ດ້ານພາສາຂອງເດັກ, ເນື່ອງຈາກພາສາລາວເປັນພື້ນຖານສຳຄັນສຳລັບການຮຽນຮູ້ໂດຍລວມຂອງເຂົາເຈົ້າ. ຖ້າເດັກຂາດຄວາມເຂັ້ມແຂງດ້ານພາສາ, ການຮຽນຮູ້ວິຊາອື່ນໆກໍຈະກາຍເປັນສິ່ງທ້າທາຍຫຼາຍ.”

ທ່ານ ຈາ ເລົ່າ, ຫົວໜ້າໜ່ວຍງານໜ່ວຍງານຄຸ້ມຄອງສະຖິຕິ ແລະ ລາຍງານສ່ອງແສງ, ວິທະຍາໄລຄູຄັງໄຂໄດ້ກ່າວຕື່ມວ່າ: “ການປະເມີນຄວາມກ້າວໜ້າໃນການຮຽນຮູ້ຂອງນັກຮຽນໃນຄັ້ງນີ້ ຈະເປັນພື້ນຖານໃຫ້ແກ່ການຝຶກອົບຮົມຄູ, ການປັບປຸງຫຼັກສູດການສຶກສາຂັ້ນພື້ນຖານ (6+3+3) ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ໂດຍສະເພາະໃນດ້ານພາສາລາວ.”

ການປະເມີນທັກສະພາສາລາວຂອງນັກຮຽນຊັ້ນປະຖົມສຶກສາ (EGLA)ສຳລັບການສຳຫຼວດຂໍ້ມູນຂັ້ນທຽບຖານ (baseline)ແມ່ນສ່ວນໜຶ່ງຂອງການຄົ້ນຄວ້າກ່ຽວກັບການພັດທະນາດ້ານພາສາ ແລະ ການຮູ້ໜັງສືໃນວົງກວ້າງ.ພ້ອມກັນນີ້ ທີມງານຍັງຈະສຶກສາກ່ຽວກັບວິທີການສອນໃນຫ້ອງຮຽນ, ສື່ການຮຽນ-ການສອນວິຊາພາສາລາວ ແລະ ຝຶກເວົ້າພາສາລາວ, ລວມທັງປັດໄຈຕ່າງໆທີ່ກ່ຽວຂ້ອງກັບນັກຮຽນ, ຄູ ແລະ ໂຮງຮຽນ ເຊິ່ງອາດສົ່ງຜົນຕໍ່ການຮຽນຮູ້.ການຄົ້ນຄວ້ານີ້ ຈະເນັ້ນໃສ່ການພັດທະນາທັກສະພາສາປາກເປົ່າ, ການມີສ່ວນຮ່ວມຂອງນັກຮຽນ, ການຈັດການຮຽນ-ການສອນທີ່ຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງນັກຮຽນ, ການນຳໃຊ້ພາສາແມ່ ແລະ ການສະໜັບສະໜູນຊ່ວຍເຫຼືອເດັກທີ່ມີລະດັບຄວາມຊຳນານດ້ານພາສາລາວທີ່ແຕກຕ່າງກັນ.

ຜົນການຄົ້ນຄວ້ານີ້ຈະສະໜັບສະໜູນບຸລິມະສິດຂອງກະຊວງສຶກສາທິການ ແລະ ກິລາ, ລວມທັງການປະຕິຮູບຫຼັກສູດແບບ 6+3+3, ການປັບປຸງຫຼັກສູດ ແລະ ສື່ການຮຽນການສອນ, ການພັດທະນາ ແລະ ນຳໃຊ້ບົດຮຽນຝຶກເວົ້າພາສາລາວຂັ້ນ ປ.2 ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ