![]() |
ທ່ານ ບຸນໄຫຼ ດວງເດືອນ ໄດ້ສະແດງຄວາມຍິນດີຕ້ອນຮັບບັນດາສື່ມວນຊົນ ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານສື່ມວນຊົນຂອງແຂວງໂດຍຫຍໍ້ ຊຶ່ງວຽກງານສື່ມວນຊົນແຂວງຫຼວງພະບາງ ເປັນວຽກງານສຳຄັນໜຶ່ງໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃຫ້ສັງຄົມໄດ້ຮັບຮູ້, ໂດຍມີການເຜີຍແຜ່ຜ່ານລະບົບວິທະຍຸ, ໂທລະພາບອອກອາກາດຜ່ານຊ່ອງທາງພາກພື້ນດິນ ແລະ ສົ່ງສັນຍານຜ່ານລະບົບດາວທຽມ ພ້ອມນັ້ນໄດ້ມີການພັດທະນາການເຜີຍແຜ່ຂ່າວສານ, ສາລະຄວາມຮູ້-ຄວາມບັນເທີງຜ່ານລະບົບດີຈີຕອນ, ຜ່ານສື່ສັງຄົມອອນລາຍ (ເຟສບຸກ, ຢູທູບ, ຕິກຕ໊ອກ ແລະ ອື່ນໆ) ເຮັດໃຫ້ຫຼາຍພາກສ່ວນໃນສັງຄົມ ສາມາດຮັບຮູ້ຂ່າວສານໄດ້ຫຼາຍຊ່ອງທາງ.
![]() |
ໂອກາດນີ້, ທ່ານໄດ້ສະເໜີໃຫ້ສະພາການສື່ມວນຊົນແຫ່ງຊາດປະເທດໄທ ຄົ້ນຄວ້າກ່ຽວກັບການເປີດກວ້າງການຮ່ວມມື ພັດທະນາວຽກງານສື່ມວນຊົນຂອງລາວ ໂດຍສະເພາະ ແຂວງຫຼວງພະບາງ ເພື່ອເຜີຍແຜ່ຂ່າວສານກ່ຽວກັບຫຼວງພະບາງໃຫ້ກວ້າງຂວາງໃນພາກພື້ນ ແລະ ສາກົນ, ທັງສຶກສາຄົ້ນຄວ້າກ່ຽວກັບການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ສື່ມວນຊົນລາວ ໂດຍສະເພາະສື່ມວນຊົນແຂວງຫຼວງພະບາງ ກັບສື່ມວນຊົນປະ ເທດໄທໃນຕໍ່ໜ້າ ເປັນຕົ້ນ ທັດສະນະສຶກສາ, ການຈັດຝຶກອົບຮົມ ຊ່ວຍຊຸກຍູ້ອຸປະກອນເຕັກນິກທີ່ຈຳເປັນ ແລະອື່ນໆ ເພື່ອຊ່ວຍກັນພັດທະນາວຽກງານສື່ມວນຊົນໃຫ້ດີຂຶ້ນ. ຈາກນັ້ນ, ທ່ານ ຊະວະຣົງ ລີ້ມປັດທະມະປານີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນໄຫຼ ດວງເດືອນ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ທັງເປີດໂອ ກາດໃຫ້ຜູ້ຕາງໜ້າບັນດາສຳນັກຂ່າວ ທີ່ມາຈາກປະເທດໄທໄດ້ມີຄຳເຫັນແລກປ່ຽນບົດຮຽນ ວຽກງານສື່ມວນຊົນຂອງລາວ ກໍຄືຂອງແຂວງຫຼວງພະບາງ ເພື່ອເປັນບົດຮຽນ ແລະ ຊອກຫາຊ່ອງທາງໃນການແກ້ໄຂບັນຫາຄົງຄ້າງ ເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂຶ້ນ. ຕອນທ້າຍພິທີ ໄດ້ມີການມອບຂອງຂວັນທີ່ລະນຶກຮ່ວມກັນຕື່ມອີກ. ຂ່າວ-ພາບ: ອາພຸດເດດ ບຸບຜາ


ຄໍາເຫັນ