ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ
ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.

 

ໃນໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນ ແລະ ຍົກລະດັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເວົ້າລວມ, ເວົ້າສະເພາະແມ່ນຂະແໜງກົດໝາຍ ແລະ ຍຸຕິທຳ, ກະຊວງຍຸຕິທຳຍາມໃດກໍຕິລາຄາສູງຕໍ່ການຮ່ວມມື ແລະ ປະກອບສ່ວນອັນສຳຄັນຈາກທ່ານທູດ ຕໍ່ກະຊວງຍຸຕິທຳ ຂອງ ສປປ ລາວ ຕະຫຼອດມາທີ່ທ່ານປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ອີດີ ອີວານ ບິນ ມາມຸດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະທີ່ໃຫ້ການຕອນຮັບຢ່າງອົບອຸ່ນ ໃນຄັ້ງນີ້. ໃນໄລຍະຜ່ານມາລັດຖະບານ ສປປ ລາວ ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ຕົນເອງ ໃນການປະຕິບັດໜ້າທີ່ການທູດ ປະຈຳ ສປປ ລາວ ຈົນສຳເລັດຜົນຢ່າງຈົບງາມ. ພ້ອມທັງຢືນຢັນວ່າເຖິງແມ່ນຈະໄປຮັບໜ້າທີ່ໃໝ່ແຕ່ກໍຍັງຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ກະຊວງຍຸຕິທຳໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດມາເລເຊຍ ຈົ່ງມີສຸຂະພາບພະລານາໄມທີ່ສົມບູນມີຄວາມສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນການຮັບໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.

ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ

ໃນວັນທີ 20 ສິງຫາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຊຶ່ງປະກອບມີຈຳນວນ 5 ແຫ່ງຄື: ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາກຽວໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ.
ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ນັກຂ່າວໜຸ່ມຂອງລາວຮັບຟັງການບັນຍາຍປະຫວັດສາດການຮ່ວມມືດ້ານສື່ສາກົນລາວ-ຈີນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຮູ້ກ່ຽວກັບປະຫວັດສາດການຮ່ວມມືດ້ານສື່ສາກົນລະຫວ່າງລາວ-ຈີນ ໃນຫົວຂໍ້ “ການສື່ສານສາກົນ” ໂດຍທ່ານນາງ ຫຼູຮຸ້ຍຫຼິງ ອາຈານປະຈຳສາຂາພາສາລາວຄະນະອາຊີມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ, ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດເຂົ້າຮ່ວມ.
ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ເພີ່ມເຕີມ