ພັກກອມມູນິດຫວຽດນາມ ຕ້ອນຮັບນາຍົກລັດຖະມົນຕີຣັດເຊຍ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຕ້ອນຮັບນາຍົກລັດຖະມົນຕີຣັດເຊຍ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຕ້ອນຮັບນາຍົກລັດຖະມົນຕີຣັດເຊຍ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 14 ມັງກອນ ຜ່ານມາວ່າ: ໃນການຕ້ອນຮັບທ່ານມິຄາອິລ ວະລາດີເມຍໂຣວິຊ ມິຊຸສຕິນ ນາຍົກລັດຖະມົນຕີຣັດເຊຍທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ,

 

ທ່ານ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຊົມເຊີຍໝາກຜົນການເຈລະຈາ ແລະ ການພົບປະກັບບັນດາການນຳຂັ້ນສູງ ຫວຽດນາມ ທ່ານຢືນຢັນວ່າ: ຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອອັນລ້ຳຄ່າ ແລະ ຄວາມສຸດຈິດສຸດໃຈທີ່ຊາວໂຊວຽດ ແລະ ຣັດເຊຍ ສະຫງວນໃຫ້ຫວຽດນາມ ໃນຊຸມປີທຳການຕໍ່ຕ້ານທີ່ຫຍຸ້ງຍາກ ກໍຄືໃນພາລະກິດສ້າງສາ ແລະ ປ້ອງກັນປະເທດ; ຢືນຢັນວ່າ ຫວຽດນາມ ຖືສຳຄັນການພົວພັນທີ່ມີມາແຕ່ດົນນານ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຣັດເຊຍ, ຍາມໃດກໍຖືຣັດເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານເລຂາທິການໃຫຍ່ກໍໄດ້ຍົກບັນດາທິດທາງສຳຄັນເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ຣັດເຊຍ ໃຫ້ເລິກເຊິ່ງກວ່າເກົ່າໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຣັດເຊຍ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ຮັບຊາບ ໝາກຜົນການພົບປະເຈລະຈາກັບທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາຍົກລັດຖະມົນຕີຣັດເຊຍຢືນຢັນວ່າ, ຣັດເຊຍ ຕີລາຄາສູງບັນດາຄວາມມານະພະຍາຍາມ ຂອງຝ່າຍຫວຽດນາມໃນການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະມໍ່ໆມານີ້. ທ່ານນາຍົກລັດຖະມົນຕີຣັດເຊຍຢືນຢັນວ່າ ລັດເຊຍ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດສຳຄັນທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ, ພິເສດແມ່ນຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມແລ້ວທີ່ຈະເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າອີກໃນບັນດາຂົງເຂດເສດຖະກິດ-ການຄ້າ, ພະລັງງານ, ປ້ອງກັນປະເທດ, ຄວາມໝັ້ນຄົງ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ ແລະ ການພົວພັນແລກປ່ຽນປະຊາຊົນ.

ຄໍາເຫັນ

ຂ່າວຕ່າງປະເທດ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ດັດສະນີລາຄາຜູ້ຜະລິດ (PPI) ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ ໃນເດືອນພຶດສະພາ ຜ່ານມາ. ໂດຍໄດ້ຮັບແຮງກົດດັນຈາກລາຄາສິນຄ້າກະເສດ ແລະ ນ້ຳມັນທີ່ຫຼຸດລົງ ຊຶ່ງອາດເປັນສັນຍານໃນທາງບວກສຳລັບທ່າອ່ຽງຂອງອັດຕາເງິນເຟີ້ຂອງຜູ້ບໍລິໂພກໃນອະນາຄົດ.
Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາວ່າ: Skytrax ປະກາດຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດໃນໂລກ ປະຈຳປີ 2025 ປະກົດວ່າ ສາຍການບິນອາຊີ ແລະ ຕາເວັນອອກກາງ ຕິດໃນ 10 ອັນດັບ ຊຶ່ງນຳໂດຍ Qatar Airways ທີ່ຍັງຄອງອັນດັບໜຶ່ງອີກຄັ້ງ, ຕາມດ້ວຍສາຍການບິນ Singapore Airlines ແລະ Cathay Pacific ຢູ່ອັນດັບ 2 ແລະ 3 ຕາມລໍາດັບ.
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງຈີນ ໃນວັນທີ 19 ມິຖຸນາ ຜ່ານມາ ແລະ ດຳເນີນໄປເປັນເວລາ 6 ວັນ. ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມພິທີເປີດງານໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການສາກົນທີ່ສັບສົນໃນປັດຈຸບັນນີ້, ຈີນຈັດກິດຈະກຳຕ່າງໆເຊັ່ນ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ອື່ນໆ, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ, ຈະຊຸກຍູ້ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆໃນພາກພື້ນຢ່າງແຂງແຮງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.
ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະ ອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງການເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ຈະບັນລຸ 303,000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປັດຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໂ
ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ເພີ່ມເຕີມ