ທົບທວນຄືນເສັ້ນທາງແຫ່ງການເຕີບໃຫຍ່ ໝາກຜົນແຫ່ງການເປັນເສນາທິການ ແລະ ວິໄສທັດກ້າວສູ່ອະນາຄົດ (ໃນໂອກາດວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 43 ປີ)

ທົບທວນຄືນເສັ້ນທາງແຫ່ງການເຕີບໃຫຍ່ ໝາກຜົນແຫ່ງການເປັນເສນາທິການ ແລະ ວິໄສທັດກ້າວສູ່ອະນາຄົດ (ໃນໂອກາດວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 43 ປີ)

ວັນທີ 29 ມິຖຸນາ 2026 ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ, ມີຄວາມໝາຍເລິກເຊິ່ງ ແລະ ກ້າວໜ້າຢ່າງຍິ່ງຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນວັນທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຂຽນຫຍໍ້ວ່າ: “ຄຕພ”) ໄດ້ຮັບການສ້າງຕັ້ງ ຄົບຮອບ 43 ປີ ບົນພື້ນຖານຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາລະກິດປະຕິວັດໃນໄລຍະໃໝ່. ຕະຫຼອດໄລຍະເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ບຸກທະລຸ ແລະ ຜ່ານຜ່າທຸກອຸປະສັກຕະຫຼອດມາ, ຄຕພ ໄດ້ຢັ້ງຢືນເຖິງບົດບາດອັນໜັກແໜ້ນໃນຖານະເປັນອົງການຈັດຕັ້ງໜຶ່ງຂອງພັກຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງພັກ ໄດ້ຢ່າງສົມກຽດ.

 

ຕະຫຼອດສີ່ທົດສະວັດ, ຄຕພ ສາມາດເຮັດຫຼ້ອນໜ້າທີ່ການເປັນເສນາທິການໂດຍກົງ ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນຕ່າງປະເທດຂອງພັກ. ພ້ອມກັນນັ້ນຍັງເຮັດໜ້າທີ່ຕາງໜ້າສູນກາງພັກໃນການພົວພັນ-ຮ່ວມມືກັບພັກການເມືອງຂອງຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍຕາມການມອບໝາຍຢ່າງມີໝາກຜົນຕົວຈິງ.

ຄຕພ ໄດ້ກາຍເປັນບ່ອນອີງອັນໜັກແໜ້ນ ແລະ ເປັນເຂັມທິດເຍືອງທາງໃຫ້ແກ່ການຈັດຕັ້ງ, ການເຄື່ອນໄຫວວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍພາລະບົດບາດອັນເປັນເອກະລັກນີ້ກໍຄືການເປັນເຈົ້າການຊີ້ນຳ, ຄຸ້ມຄອງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນໃຫ້ມີຄວາມເປັນເອກະພາບ ໂດຍປະຕິບັດຕາມຫຼັກການຜ່ານປະຕູດຽວຢ່າງເຄັ່ງຄັດ.

ເວົ້າສະເພາະຂົງເຂດວຽກງານວິຊາສະເພາະໃນປີ 2026 ຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະຄະນະພັກຊຸດໃໝ່, ຄຕພ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານເຊັ່ນ:ເປັນເສນາທິການທາງດ້ານເນື້ອໃນ ແລະ ໃຈກາງປະສານງານຢ່າງຮອບດ້ານກະກຽມໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ເຂົ້າຮ່ວມພິທີເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນລາວ-ຫວຽດ ແລະ ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີຢູ່ ສສ ຫວຽດນາມ; ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ; ເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີຢູ່ ສປ ຈີນ ແລະ ການຢ້ຽມຢາມຢ່າງເປັນທາງການ ສປ ຈີນ; ໄດ້ກະກຽມ ແລະ ສົ່ງຄະນະຜູ້ແທນຂັ້ນສູງຂອງພັກ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 16 ສອງພັກ ລາວ-ກໍາປູເຈຍ ແລະ ເຂົ້າຮ່ວມການພົບປະສຸດຍອດຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4 ທີ່ຣາຊະອານາຈັກກໍາປູເຈຍ; ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ທີ່ພຽງຢາງ ສປປ ເກົາຫຼີ; ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະສອງກົມການເມືອງລາວ-ຫວຽດນາມຢູ່ ສປປ ລາວ ໃນທ້າຍປີ 2025; ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຫຼາຍຄະນະຜູ້ແທນຂັ້ນສູງຂອງພັກ ຈາກຕ່າງປະເທດເປັນຕົ້ນ: ການມາຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ; ຕ້ອນຮັບ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ຕ້ອນຮັບການຊົມເຊີຍຂອງຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຜູ້ຕາງໜ້າພິເສດຂອງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ມາຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ. ພ້ອມດຽວກັນນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະຫວ່າງພັກກອມມູນິດຈີນກັບບັນດາພັກການເມືອງອ້ອມຂ້າງຈີນ ທີ່ ສປ ຈີນ; ກອງປະຊຸມເວທີປຶກສາຫາລືຄວາມໝັ້ນຄົງໃນພາກພື້ນເອີຣົບ-ອາຊີຢູ່ເມືອງເປິມ, ສຣັດເຊຍ;ກອງປະຊຸມສະພາວັດທະນະທໍາອາຊີຄັ້ງທີ IV ໃນຂອບ ICAPP ແລະ ກອງປະຊຸມສາກົນໃນຫົວຂໍ້: ບົດບາດຂອງພາກພື້ນຕໍ່ຄວາມໝັ້ນຄົງໂລກທີ່ອາແຊກໄບຊານ; ກອງປະຊຸມປຶກສາຫາລືການເມືອງອາຊີ-ເອີຣົບທີ່ບູດາເປສ, ຮົງກາຣີ; ກອງປະຊຸມສາກົນຄັ້ງທີ II ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21” ທີ່ເບຣສ, ເບລາຣຸດຊີ; ກອງປະຊຸມປຶກສາຫາລື “ບົດບາດຂອງບັນດາພັກການເມືອງໃນການສ້າງປະຊາຄົມອາຊຽນທີ່ຮ່າໂນ້ຍ, ສສຫວຽດນາມ;ກອງປະຊຸມຄະນະປະຈໍາໄອແຄັບຄັ້ງທີ 45 ທີ່ອູລານບາຕໍ, ມົງໂກລີ.

ຄຽງຄູ່ກັບຜົນງານທີ່ພົ້ນເດັ່ນດັ່ງກ່າວແລ້ວ, ຍັງໄດ້ຊຸກຍູ້ສົ່ງເສີມການພົວພັນກັບບັນດາພັກການເມືອງຕ່າງປະເທດອື່ນໆໂດຍການສົ່ງບັນດາຈົດໝາຍອວຍພອນ, ຊົມເຊີຍໃນໂອກາດສໍາຄັນຕ່າງໆຂອງພັກການເມືອງຕ່າງປະເທດເປັນຕົ້ນແມ່ນ:ຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດສະຫະພັນຣັດເຊຍ,ກອງປະຊຸມໃຫຍ່ຄັ້ງທີ XVI ຂອງພັກກອມມູນິດຊິມບັບເວ; ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກກອມມູນິດກໍາມະກອນແອັດສະປາຍ.

ບັນດາຜົນສຳເລັດຂອງການເຄື່ອນໄຫວດ້ານການຕ່າງປະເທດດ້ານພັກໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງຊາດແລະສ້າງສະພາບແວດລ້ອມສາກົນທີ່ເອື້ອອຳນວຍໃຫ້ແກ່ພາລະກິດການປົກປັກຮັກສາແລະພັດທະນາປະເທດຊາດ, ກໍຄືປະກອບສ່ວນຍົກສູງບົດບາດອິດທິພົນຂອງພັກປະຊາຊົນປະຕິວັດລາວໃນເວທີສາກົນໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງປັດຈຸບັນພັກປປລາວມີການພົວພັນກັບ 145 ພັກການເມືອງໃນ 85 ປະເທດທົ່ວໂລກ; ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງໝົດມີ 20 ສະມາຄົມແລະ 1 ຄະນະສັນຕິພາບແລະສາມັກຄີລາວກັບຕ່າງປະເທດ; ສ່ວນຢູ່ຂັ້ນທ້ອງຖິ່ນຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບລາວ-ຫວຽດນາມ, ລາວ-ຈີນຢູ່ 18 ແຂວງຂອງລາວແລະສະມາຄົມມິດຕະພາບລາວ-ກໍາປູເຈຍຢູ່ແຂວງຈໍາປາສັກແລະອັດຕະປື.

ນອກຈາກນີ້, ຜົນສໍາເລັດທີ່ສໍາຄັນໃນປີຜ່ານມາແມ່ນການນໍາເອົາຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກ ຄຕພ ຊຶ່ງໄດ້ມີການເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ແລະຮັບຮອງເອົາ 5 ແຜນງານ 28 ໂຄງການສໍາລັບ 5 ປີ; ພ້ອມກັນນັ້ນ, ກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການຫັນປ່ຽນຢ່າງຕັ້ງໜ້າໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງພາຍໃນຢ່າງຮອບດ້ານ, ການແຕ່ງຕັ້ງແລະສັບຊ້ອນຕຳແໜ່ງບໍລິຫານຂັ້ນຫົວໜ້າກົມແລະພະນັກງານຫຼັກແຫຼ່ງເພື່ອຮັບປະກັນຄວາມເປັນເອກະພາບແລະຫັນເປັນທັນສະໄໝຜ່ານກົນໄກປະຕູດຽວໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ, ສາມາດເປັນເສນາທິການທີ່ແຫຼມຄົມແລະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຢ່າງມີໄຊ.

ການສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 43 ປີ,ໃນປີ 2026 ນີ້ແມ່ນດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນລາວທັງຊາດພວມຕັ້ງໜ້າບຸກບືນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXIIຂອງພັກຢ່າງມີໝາກຜົນ. ຄະນະນຳ, ພະນັກງານ-ລັດຖະກອນຂອງ ຄຕພທຸກຄົນໄດ້ມີຄວາມສາມັກຄີ, ເອກະພາບສູງແລະຄວາມມຸ່ງໝັ້ນອັນແຮງກ້າທີ່ຈະສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດແລະຍົກສູງລະດັບວິຊາສະເພາະຢ່າງຮອບດ້ານເພື່ອເຮັດສຳເລັດໜ້າທີ່ເປັນ"ເສນາທິການ"ທີ່ສະຫຼາດສ່ອງໃສໃຫ້ແກ່ສູນກາງພັກ.

ໃນເສັ້ນທາງແຫ່ງການກ້າວໄປຂ້າງໜ້າ, ເຖິງວ່າສະພາບການສາກົນແລະພາກພື້ນຈະມີການຜັນແປໄປຢ່າງສັບສົນແລະຄາດເດົາໄດ້ຍາກ, ແຕ່ບົນພື້ນຖານມູນເຊື້ອອັນສະຫງ່າງາມແລະບົດຮຽນອັນອຸດົມສົມບູນທີ່ຖອດຖອນໄດ້ຕະຫຼອດ 43 ປີຜ່ານມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ,ຄະນະພົວພັນຕ່າງປະເທດສູນກາງພັກຈະສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການເປັນເສນາທິການດ້ານວຽກງານຕ່າງປະເທດຂອງພັກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຕາມຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໃຫ້ປະກົດຜົນເປັນຈິງ.

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ