ວາງສະແດງສິລະປະຮູບແຕ້ມ ແລະ ແລກປ່ຽນວັດທະນະທໍາ ລາວ-ຈີນ

ວາງສະແດງສິລະປະຮູບແຕ້ມ ແລະ ແລກປ່ຽນວັດທະນະທໍາ ລາວ-ຈີນ

ວາງສະແດງສິລະປະຮູບແຕ້ມ ແລະ ແລກປ່ຽນວັດທະນະທໍາ ລາວ-ຈີນ
ງານວາງສະແດງສິລະປະຮູບແຕ້ມ ແລະ ການແລກປ່ຽນວັດທະນະທໍາ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ກິ່ງໄຊ ຈຸນລະມົນຕຣີ ຮອງຫົວໜ້າຫ້ອງການ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຫຼິວ ຊານອີ້ ຈິດຕະກອນ ຜູ້ອໍານວຍການຝ່າຍສິລະປະ ສະມາຄົມສົ່ງເສີມການຄ້າ-ວັດທະນະທໍາສາກົນ ປັກກິ່ງ ສປ ຈີນ, ທ່ານ ຊົ່ງ ຊຸນເຟິງ ປະທານບໍລິຫານ ເລຂາທິການໃຫຍ່ ສະມາຄົມສົ່ງເສີມການຄ້າ-ວັດທະນະທໍາສາກົນ ປັກກິ່ງ, ມີຫົວໜ້າ ສຂຈ ຝ່າຍລາວ ແລະ ຝ່າຍຈີນ, ຄະນະຈິດຕະກອນ, ສິລະປິນ, ນັກວິຊາການ, ພະນັກງານ, ຄູ-ອາຈານຝ່າຍລາວ-ຈີນ, ແຂກຖືກ ເຊີນເຂົ້າຮ່ວມ.
ວາງສະແດງສລະປະຮບແຕມ ແລະ ແລກປຽນວດທະນະທາ ລາວ-ຈນ - image 1
 

ໃນພິທີ, ທ່ານ ຄໍາຮຸ່ງ ຈັນທະວົງ ຫົວໜ້າ ສຂຈ ຝ່າຍລາວໄດ້ຂຶ້ນກ່າວຕ້ອນຮັບ. ຈາກນັ້ນ, ຄະນະປະທານໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ. ທ່ານ ເດຊານຸ ລາດ ແສນດວງເດດ ກ່າວວ່າ: ປີ 2026 ເປັນປີປະຫວັດສາດທີ່ມີຄວາມໝາຍຢ່າງຍິ່ງ ເນື່ອງຈາກເປັນການສະຫຼອງຄົບຮອບ 65 ປີແຫ່ງການສ້າງ ສາຍພົວພັນທາງການທູດ ລາວ-ຈີນ ແລະ ຖືກກຳນົດເປັນປີມິດຕະພາບ ລາວ-ຈີນ. ຕະຫຼອດໄລຍະ 65 ປີທີ່ຜ່ານມາ, ສອງປະເທດຂອງພວກເຮົາ ໄດ້ຮ່ວມມືກັນຢ່າງໃກ້ຊິດບົນພື້ນຖານຂອງການເຄົາລົບ, ໄວ້ວາງໃຈ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຈົນເຮັດໃຫ້ຄວາມສຳພັນລາວ-ຈີນ ພັດທະ ນາເປັນຄວາມຮ່ວມມືແບບຮອບດ້ານ ແລະ ເລິກເຊິ່ງຍິ່ງຂຶ້ນ. ພ້ອມນີ້, ປີນີ້ ຍັງເປັນປີແຫ່ງການສະຫຼອງ 30 ປີ ແຫ່ງການສ້າງຕັ້ງ ມຊ. ພວກເຮົາຖືວ່າ ວັດທະນະທຳ ແລະ ສິລະປະເປັນຂົວ ຕໍ່ອັນສໍາຄັນທີ່ເຊື່ອມຕໍ່ຫົວໃຈຂອງປະຊາຊົນທັງສອງປະເທດ. ສິລະປະພາບ ວາດບໍ່ພຽງແຕ່ສະທ້ອນຄວາມງາມ ຂອງທຳມະຊາດ ແລະ ວັດທະນະທຳ ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງປັນຍາ, ຈິດວິນຍານ, ຄຸນຄ່າ ແລະ ເອກະລັກ ຂອງແຕ່ລະຊາດ. ດັ່ງນັ້ນ, ງານໃນມື້ນີ້ ຈຶ່ງບໍ່ແມ່ນພຽງແຕ່ການນໍາສະເໜີຜົນງານທາງສິລະປະເທົ່ານັ້ນ, ແຕ່ເປັນການສືບສານຄວາມເປັນມິດ, ການຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ການ ເສີມສ້າງຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ ລາວ-ຈີນ.

ວາງສະແດງສລະປະຮບແຕມ ແລະ ແລກປຽນວດທະນະທາ ລາວ-ຈນ - image 2
 

ທ່ານ ຊົ່ງ ຊຸນເຟິງ ກ່າວວ່າ: ການຈັດງານໃນຄັ້ງນີ້, ເພື່ອຫວັງວ່າຈະນໍາໃຊ້ ໝຶກພູ່ກັນເປັນສື່ກາງ ແລະ ນໍາໃຊ້ສິລະປະພາບວາດເປັນຂົວຕໍ່ ເພື່ອນຳສິລະ ປະຈິດຕະກຳ ແລະ ອັກສອນພູ່ກັນເຂົ້າ ສູ່ສະຖານສຶກສາ, ເຂົ້າໃກ້ຊາວໜຸ່ມ ແລະ ໃຫ້ຄວາມງາມແຫ່ງສຸນທະລີຍະພາບຈີນ ໄດ້ຊຶມຊັບເຂົ້າໄປໃນມິດຕະ ພາບລາວ-ຈີນ. ຜູ້ສ້າງສັນຜົນງານທີ່ນໍາມາວາງສະແດງໃນມື້ນີ້ຄື: ທ່ານ ຫຼິວ ຊານຢູ້ ຊຶ່ງເປັນນັກສິລະປະຈີນຜູ້ມີຄວາມສາມາດ ຮອບດ້ານທັງດ້ານກະວີ, ອັກສອນພູ່ ກັນ ແລະ ຈິດຕະກຳ ແລະ ໄດ້ຮັບການຍົກຍ້ອງວ່າເປັນ “ອັດສະລິຍະຜູ້ແປກ ໃໝ່ແຫ່ງແດນສູ່”. ຜົນງານສິລະປະ ທີ່ນໍາມາວາງສະແດງຢູ່ລາວໃນຄັ້ງນີ້, ມີທັງພາບພູຜາສາຍນໍ້າທ່າມກາງສາຍ ຝົນໝອກ, ພາບບຶງບົວອັນສະຫງົບງາມ ແລະ ຜົນງານອັກສອນພູ່ກັນ-ຈິດ ຕະກຳທີ່ສື່ເຖິງສັນຕິພາບ, ມິດຕະພາບ ແລະ ຄວາມຮ່ວມໃຈແຫ່ງພູຜາແມ່ນໍ້າ, ໝຶກເຂັ້ມ ແລະ ໝຶກອ່ອນ ໄດ້ວາດພາບພູຜາ ແມ່ນໍ້າອັນກວ້າງໃຫຍ່: ເສັ້ນພູ່ກັນແນວຕັ້ງ ແລະ ແນວນອນໄດ້ ຖ່າຍທອດຄວາມຜູກພັນອັນເລິກເຊິ່ງ ລະຫວ່າງເພື່ອນບ້ານ. ຜົນງານແຕ່ລະຜືນລ້ວນບັນຈຸໄວ້ດ້ວຍຄວາມປາຖະໜາອັນດີງາມຂອງທ່ານ ຫຼິວ ຊານຢູ້ ຕໍ່ມິດຕະພາບອັນສືບທອດ ຈາກຮຸ່ນສູ່ຮຸ່ນຂອງປະຊາຊົນ ລາວ-ຈີນ ແລະ ບັນຈຸໄວ້ດ້ວຍນໍ້າໃຈອັນຈິງໃຈ ຂອງນັກສິລະປະຈີນຕໍ່ຜືນແຜ່ນດິນ ລາວທີ່ເຕັມໄປດ້ວຍຊີວິດຊີວາແຫ່ງນີ້.

ວາງສະແດງສລະປະຮບແຕມ ແລະ ແລກປຽນວດທະນະທາ ລາວ-ຈນ - image 3
 

ໂອກາດນີ້, ທ່ານ ກິ່ງໄຊ ຈຸນລະມົນຕຣີ ກ່າວວ່າ: ການຈັດງານໃນຄັ້ງນີ້, ເປັນ ການສະທ້ອນໃຫ້ເຫັນຄວາມສຳພັນ ອັນແໜ້ນແຟ້ນຂອງສອງປະເທດ ແລະ ເປັນເວທີອັນສໍາຄັນໃນການເປີດ ໂອກາດໃຫ້ສິລະປິນ, ນັກວິຊາການ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ຮັກສິ ລະປະຂອງທັງສອງປະເທດໄດ້ມີໂອ ກາດພົບປະ, ແລກປ່ຽນບົດຮຽນ, ປະ ສົບການ ແລະ ສ້າງສາຍພົວພັນທາງ ດ້ານວິຊາການ ແລະ ວັດທະນະທຳ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ວາງສະແດງສລະປະຮບແຕມ ແລະ ແລກປຽນວດທະນະທາ ລາວ-ຈນ - image 4
 
ຂ່າວ-ພາບ: ວັນເພັງ + ພູວັນ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ