6 ເດືອນ ຕົ້ນປີນີ້ ເສດຖະກິດ ສປປ ລາວ ຂະຫຍາຍຕົວຢູ່ໃນລະດັບ 5%

6 ເດືອນ ຕົ້ນປີນີ້ ເສດຖະກິດ ສປປ ລາວ ຂະຫຍາຍຕົວຢູ່ໃນລະດັບ 5%
ລັດຖະບານໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມພາກສ່ວນຕ່າງໆ ສຸມໃສ່ການຜະລິດ ແລະ ການບໍລິການຕາມທ່າແຮງຂອງຊາດ ແລະ ຂອງທ້ອງຖິ່ນ ຊຶ່ງໄດ້ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວດີ ຊຶ່ງໃນໄລຍະ 6 ເດືອນຕົ້ນປີ 2026 ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ສະເລ່ຍຢູ່ໃນລະດັບ 5%.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 6 ກໍລະກົດນີ້, ທີ່ສະພາແຫ່ງຊາດ.

6 ເດອນ ຕນປນ ເສດຖະກດ ສປປ ລາວ ຂະຫຍາຍຕວຢໃນລະດບ 5% - image 1
 

ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມພາກສ່ວນຕ່າງໆສຸມໃສ່ການຜະລິດ ແລະ ການບໍລິການຕາມທ່າແຮງຂອງຊາດ ແລະ ຂອງທ້ອງຖິ່ນ ຊຶ່ງໄດ້ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວດີ, ໃນໄລຍະ 6 ເດືອນຕົ້ນປີ 2026 ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ສະເລ່ຍຢູ່ໃນລະດັບ 5% (ໃນໄຕມາດ 1 ຂະຫຍາຍຕົວ 5.5% ແລະ ໄຕມາດ 2 ຂະຫຍາຍຕົວ 4.6%) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຂະຫຍາຍຕົວ 4.8%, ຄິດເປັນມູນຄ່າໃນປີ ເທົ່າກັບ 199,987 ຕື້ກີບ ເທົ່າກັບ 48% ຂອງແຜນການ (ມະຕິສະພາ: 417,523 ຕື້ກີບ). ໃນນີ້, ຂະແໜງກະສິກຳ: ຂະຫຍາຍຕົວ 4.3% ກວມເອົາ 17.4% (ມະຕິສະພາ: ຂະຫຍາຍຕົວ 4.6%, ກວມເອົາ 21.9%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.1% ກວມເອົາ 35.0% (ມະຕິສະພາ: ຂະຫຍາຍຕົວ 5.1%, ກວມເອົາ 31.1%); ຂະແໜງບໍລິການ ຂະຫຍາຍຕົວ 5.3% ກວມເອົາ 37.2% (ມະຕິສະພາ: ຂະຫຍາຍຕົວ 6.6%, ກວມເອົາ 36.6%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.9% ກວມເອົາ 10.5% (ມະຕິສະພາ: ຂະຫຍາຍຕົວ 4%, ກວມເອົາ 10.4%). ຂະແໜງການທີ່ຂະຫຍາຍຕົວດີ ແມ່ນຂະແໜງການບໍລິການຮ້ານອາຫານ ແລະ ທີ່ພັກອາໄສຕິດພັນກັບການທ່ອງທ່ຽວ, ການຂົນສົ່ງ, ການຂາຍຍົກ ຂາຍຍ່ອຍ, ການກໍ່ສ້າງ ແລະ ອຸດສະຫະກຳປຸງແຕ່ງອື່ນໆ (ການປຸງແຕ່ງໄມ້, ເຈ້ຍ, ການປຸງ ແຕ່ງໂລຫະ, ອະໂລຫະ, ເຄື່ອງກົນຈັກ ແລະ ອຸປະກອນຕ່າງໆ). ສໍາລັບ GDP ຕໍ່ຫົວຄົນ ແລະ GNI ຕໍ່ຫົວຄົນ ຈະສາມາດລາຍງານໄດ້ໃນທ້າຍປີ 2026.

ສໍາລັບການປະຕິບັດແຜນງົບປະມານແຫ່ງລັດ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຊຸກຍູ້ໃຫ້ແກ່ການປະຕິບັດແຜນງົບປະມານ ໂດຍສະເພາະການເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ທີ່ສະພາແຫ່ງຊາດຮັບຮອງ. ໃນນັ້ນ, ໄດ້ສຸມໃສ່ຂະຫຍາຍຖານລາຍຮັບ ແລະ ຫັນເປັນທັນສະໄໝການຄຸ້ມຄອງງົບປະມານ ຕາມມະຕິ 04/ລບ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ການຫັນການເກັບລາຍຮັບເປັນທັນສະໄໝ ໃນໄລຍະ 5 ປີ (2026-2030). ໄປຄຽງຄູ່ກັບການປະຕິບັດມາດຕະການອັດຊ່ອງຫວ່າງການຮົ່ວໄຫຼໃນການຈັດເກັບລາຍຮັບງົບປະມານ. ໃນນີ້, ສິ່ງທີ່ພົ້ນເດັ່ນບາງຂະແໜງການໄດ້ຂະຫຍາຍຕົວເຮັດໃຫ້ມີພັນທະເພີ່ມຂຶ້ນ ໂດຍສະເພາະກິດຈະການກຸ່ມບໍ່ແຮ່ ເພີ່ມຂຶ້ນ 36%, ຂົນສົ່ງ ແລະ ສາງສິນຄ້າ 32%, ພາຫະນະ 30% ປະເພດອາກອນຈັດເກັບໄດ້ຫຼາຍ ອາກອນກໍາໄລ ເພີ່ມຂຶ້ນ 24% ເປັນເງິນ 1,453 ຕື້ກີບ; ອາກອນມູນຄ່າເພີ່ມ ເພີ່ມຂຶ້ນ 18.6% ເປັນເງິນ 782 ຕື້ກີບ; ຄ່າຊັບພະຍາກອນ ເພີ່ມຂຶ້ນ 34% ເປັນເງິນ 915 ຕື້ກີບ; ຄ່າທຳນຽມທາງໄດ້ 107 ກວ່າຕື້ກີບ ເພີ່ມຂຶ້ນ 16%; ລາຍຮັບອາກອນທີ່ດິນ ໄດ້ 134 ຕື້ກີບ ເພີ່ມຂຶ້ນ 4%. ນອກຈາກນັ້ນ, ໄດ້ລົງເລິກເກັບລາຍຮັບບັນດາຫົວໜ່ວຍທຸລະກິດ ຂະໜາດໃຫຍ່ ໂດຍສະເພາະຜູ້ຮັບເໝົາຫຼັກ, ຜູ້ຮັບເໝົາຊ່ວງຕໍ່ບັນດາໂຄງການໄຟຟ້າ, ບໍ່ແຮ່ ແລະ ລາຍຮັບຈາກການຕ້ານ ແລະ ສະກັດກັ້ນການລັກລອບໜີ້ພາສີ ໄດ້ 9 ຕື້ກີບ, ໄດ້ເຮັດໃຫ້ລາຍຮັບງົບປະມານມີທ່າອ່ຽງເພີ່ມຂຶ້ນ, ໃນວຽກງານງົບປະມານແຫ່ງລັດມີ 3 ຕົວຊີ້ບອກຕົ້ນຕໍ ຊຶ່ງຄາດວ່າຈະສາມາດປະຕິບັດໄດ້ຕາມຄາດໝາຍທີ່ ສະພາຮັບຮອງ.

ໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19% ເປັນເງິນປະມານ 7,198 ຕື້ກີບ (ແຜນການ: 83,600 ຕື້ກີບ). ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 43,970 ຕື້ກີບ ເທົ່າກັບ 56% ຂອງແຜນການປີ (ສູນກາງປະຕິບັດໄດ້ 31,531 ຕື້ກີບ ເທົ່າກັບ 58% ຂອງແຜນການປີ ແລະ ທ້ອງຖິ່ນປະຕິບັດໄດ້ 12,439 ຕື້ກີບ ເທົ່າກັບ 52%).

ຂ່າວ: ວັນເພັງ, ພາບ: ຕຸໄລເພັດ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ