6 ເດືອນທ້າຍ​ປີ​ນີ້ ລັດ​ຖະ​ບານ​ຈະ​ສູ້​ຊົນ​ເຮັດໃຫ້​ເສດ​ຖະ​ກິດຂະຫຍາຍຕົວໃນລະດັບ 5.5%

6 ເດືອນທ້າຍ​ປີ​ນີ້ ລັດ​ຖະ​ບານ​ຈະ​ສູ້​ຊົນ​ເຮັດໃຫ້​ເສດ​ຖະ​ກິດຂະຫຍາຍຕົວໃນລະດັບ 5.5%
ໃນ 6 ເດືອນ ທ້າຍປີ 2026, ​ລັດ​ຖະ​ບານ​ຈະ​ສູ້​ຊົນ ເຮັດ​ໃຫ້​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວບັນລຸໄດ້ ໃນລະດັບ 5.5%, GDP ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2,238 ໂດລາ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2,101 ໂດລາ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 6 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ເພື່ອຮັບປະກັນໃຫ້ອັດຕາການຂະຫຍາຍຕົວເສດຖະກິດບັນລຸໄດ້ໃນລະດັບ 5.5%, GDP ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2,238 ໂດລາ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2,101 ໂດລາ ສະເໜີເພີ່ມທະວີການຊຸກຍູ້ຂະແໜງເສດຖະກິດ ທີ່ເປັນທ່າແຮງຕົ້ນຕໍໄປຄຽງຄູ່ກັບການເລັ່ງແກ້ໄຂບັນຫາດ້ານສະຖຽນລະພາບດ້ານເສດຖະກິດມະຫາພາກ ເພື່ອເປັນພື້ນຖານສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກການຜະລິດ ແລະ ການລົງທຶນ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ໄດ້ຕາມແຜນ ເພື່ອຮັບປະກັນການສະໜອງຕະຫຼາດພາຍໃນຢ່າງພຽງພໍ. ພ້ອມນັ້ນ, ເລັ່ງຈັດຕັ້ງປະຕິບັດມາດຕະການແກ້ໄຂບັນຫາການເພີ່ມຂຶ້ນຂອງຕົ້ນທຶນ ແລະ ຂອດການຈໍາໜ່າຍໄປສູ່ເຂດຕ່າງໆໃຫ້ຄ່ອງຕົວ; ກະກຽມຕ້ານແລ້ງ ແລະ ຕ້ານຖ້ວມ ໃນຊ່ວງການຜະລິດໃນລະດູຝົນ ໂດຍເລັ່ງປັບປຸງ ແລະ ກໍ່ສ້າງຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດຢ່າງພຽງພໍ. ຄຽງຄູ່ກັນນີ້, ເລັ່ງຊຸກຍູ້ການຜະລິດສິນຄ້າກະສິກຳ ເພື່ອສົ່ງອອກ ໂດຍສຸມໃສ່ພືດ-ສັດ ທີ່ໄດ້ມີການເຈລະຈາເຕັກນິກແລ້ວ ໂດຍການແກ້ໄຂບັນຫາຕົ້ນທຶນ ໂດຍສະເພາະການເພີ່ມຂຶ້ນຂອງລາຄານໍ້າມັນ, ການເຂົ້າເຖິງຕະຫຼາດ, ການຄຸ້ມຄອງລາຄາ ແລະ ອື່ນໆ ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳ ໃຫ້ບັນລຸໄດ້ 1,900 ລ້ານໂດລາ; ລົງຕິດຕາມກວດກາ ແລະ ຊຸກຍູ້ພາກການຜະລິດແຮ່ທາດເພື່ອສົ່ງອອກ ໃຫ້ໄດ້ 2,185.9 ລ້ານໂດລາ ແລະ ໃຫ້ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ ໂດຍສະເພາະໂຄງການທີ່ໄດ້ອະນຸມັດແລ້ວໄປຄ່ຽງຄູ່ກັບການສົ່ງເສີມບາງອຸດສາຫະກຳແຮ່ທາດ ທີ່ມີທ່າແຮງດ້ານການປຸງແຕ່ງຢູ່ພາຍໃນປະເທດ ເປັນຕົ້ນແຮ່ຄໍາ, ທອງແດງ, ເກືອໂປຼຕັດ ແລະ ບົກຊິດ ຕາມນະໂຍບາຍພັດທະນາແຮ່ທາດໃນໄລຍະໃໝ່; ສືບຕໍ່ພັດທະນາບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ຊຸກຍູ້ບັນດາເຂື່ອນໄຟຟ້າຕ່າງໆໃຫ້ຜະລິດເຕັມກໍາລັງໃນຊ່ວງລະດູຝົນ ເພື່ອສົ່ງອອກກະແສໄຟຟ້າ ໃຫ້ບັນດາປະເທດເພື່ອນບ້ານໃຫ້ໄດ້ 45,705.94 ລ້ານກິໂລວັດໂມງ, ມູນຄ່າ 2,829.04 ລ້ານໂດລາ. ພ້ອມນີ້, ກໍໃຫ້ເລັ່ງເຈລະຈາເພື່ອສົ່ງອອກຕື່ມ; ຊຸກຍູ້ໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນທາງດ່ວນວຽງຈັນ-ບໍ່ເຕັນ, ທາງດ່ວນແຕ່ປາກຊັນ-ຊາຍແດນລາວ-ຫວຽດນາມ, ທາງລົດໄຟແຕ່ທ່າແຂກ-ຊາຍແດນລາວຫວຽດນາມ ແລະ ອື່ນໆ; ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ ຄຽງຄູ່ກັບການອໍານວຍຄວາມສະດວກການເຂົ້າອອກ ແລະ ແກ້ໄຂຕົ້ນທຶນການຂົນສົ່ງໂດຍສານ ເພື່ອສູ້ຊົນໃຫ້ນັກທ່ອງທ່ຽວ ຕ່າງປະເທດບັນລຸ 4.46 ລ້ານເທື່ອຄົນ.

ຄຽງຄູ່ກັນນັ້ນ, ສືບຕໍ່ປະຕິບັດນະໂຍບາຍການສະໜອງສິນເຊື່ອຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມຫົວໜ່ວຍທຸລະກິດ SME ເຊັ່ນ: ສະໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນ LAFF; ຄົ້ນຄວ້ານະໂຍບາຍສິນເຊື່ອ ໂດຍສະເພາະສິນເຊື່ອຂະະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າດ້ວຍການໝູນໃຊ້ແຫຼ່ງທຶນ ຫຼື ສະພາບຄ່ອງສ່ວນເກີນຂອງບັນດາທະນາຄານທຸລະກິດ ເພື່ອເປັນການຊຸກຍູ້ການຂະຫຍາຍຕົວເສດຖະກິດ.

ສໍາລັບນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ສືບຕໍ່ພິຈາລະນາແຫຼ່ງທຶນໃຫ້ສະເພາະຫົວໜ່ວຍທີ່ຜ່ານການຄົ້ນຄວ້າ ແລະ ເຫັນດີອະນຸມັດຈາກຄະນະຮັບຜິດຊອບຂັ້ນແຂວງ/ນະຄອນຫຼວງວຽງຈັນ ໃນປີ 2025 ເທົ່ານັ້ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ສືບຕໍ່ສົມທົບດອກເບ້ຍຕາມແຜນການທີ່ກຳນົດໄວ້. ຄົ້ນຄວ້າແຫຼ່ງທຶນເພື່ອຊ່ວຍຊຸກຍູ້ຜູ້ປະກອບການຜະລິດສະບຽງອາຫານ ທີ່ຈໍາເປັນເຊັ່ນ: ຊີ້ນ, ປາ, ໄຂ່.

(ຂ່າວ: ວັນພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ