ບັນດາອັດຕາຄາດໝາຍຂະແໜງສາທາລະນະສຸກປະກອບມີ 11 ຄາດໝາຍ

ບັນດາອັດຕາຄາດໝາຍຂະແໜງສາທາລະນະສຸກປະກອບມີ 11 ຄາດໝາຍ
ຂະແໜງການສາທາລະນະສຸກ ມີ 11 ຄາດໝາຍທີ່ຖືກຮັບຮອງໃນປີນີ້ ຊຶ່ງຈະຕ້ອງໄດ້ສູ້ຊົນໃຫ້ບັນລຸ ເພື່ອຈະຍູ້ໜູນໃຫ້ການປະຕິບັດຄາດໝາຍດ້ານວັດທະນະທໍາ-ສັງຄົມ ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນປີນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຄາດໝາຍຂະແໜງສາທາລະນະສຸກໃນປີນີ້ມີຄື: ສູ້ຊົນໃຫ້ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ນໍ້າໜັກ ຕໍ່າກວ່າມາດຕະຖານ ໃຫ້ຍັງເຫຼືອ 16% ຂອງປະຊາກອນເປົ້າໝາຍ; ອັດຕາສ່ວນເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ໃຫ້ຍັງເຫຼືອ 28% ຂອງປະຊາກອນເປົ້າໝາຍ; ອັດຕາການຕາຍຂອງເດັກ ລຸ່ມ 1 ປີ ໃຫ້ຍັງເຫຼືອ 22/1.000 ຄົນ ຂອງເດັກນ້ອຍເກີດມີຊີວິດ; ອັດຕາການຕາຍຂອງເດັກ ລຸ່ມ 5 ປີ ໃຫ້ຍັງເຫຼືອ 32/1.000 ຄົນ ຂອງເດັກນ້ອຍເກີດມີຊີວິດ; ອັດຕາສ່ວນການຕາຍຂອງແມ່ ໃຫ້ຍັງເຫຼືອ 120/100.000 ຄົນ ຂອງເດັກນ້ອຍເກີດມີຊີວິດ; ອັດຕາເກີດລູກມີແພດຊ່ວຍໃຫ້ໄດ້ 84% ຂອງປະຊາກອນເປົ້າໝາຍ; ອັດຕາໃຫ້ວັກຊິນກັນພະຍາດໃນເດັກລຸ່ມ 1 ປີ ໃຫ້ໄດ້ 95% ຂອງປະຊາກອນເປົ້າໝາຍ; ອັດຕາຊົມໃຊ້ນໍ້າສະອາດ ໃຫ້ບັນລຸ 94% ຂອງປະຊາກອນທັງໝົດ; ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 84% ຂອງຄອບຄົວທັງໝົດ; ອັດຕາການປົກຄຸມປະກັນສຸຂະພາບທົ່ວປວງຊົນໃຫ້ໄດ້ 94,5% ຂອງປະຊາກອນທັງໝົດ; ອັດຕາການປະກາດ ແລະ ຮັບຮອງບ້ານສາທາລະນະສຸກແບບຢ່າງ ໃຫ້ໄດ້ 54% ຂອງຈໍານວນບ້ານທັງໝົດ.
ບັນດາຄາດໝາຍຂະແໜງສາທາລະນະສຸກ ຂ້າງເທິງນັ້ນ ແມ່ນໄດ້ລະບຸໃນເອກະສານຊ້ອນທ້າຍ ຂອງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024.
(ຂ່າວ: ສຸກສະຫວັນ, ພາບປະກອບ: UNICEF Laos)

ຄໍາເຫັນ

ຂ່າວສາທະລະນະສຸກ

ອັດຕະປື ເນັ້ນການໃຫ້ບໍລິການຢອດວັກຊິນໂປລິໂອເພື່ອປົກ​ປ້ອງ​ສຸ​ຂະ​ພາບ​ເດັກ​

ອັດຕະປື ເນັ້ນການໃຫ້ບໍລິການຢອດວັກຊິນໂປລິໂອເພື່ອປົກ​ປ້ອງ​ສຸ​ຂະ​ພາບ​ເດັກ​

ທ່ານ ຄຳໝັ້ນ ສີສະໝຸດ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 18 ພະຈິກ 2026 ນີ້ວ່າ: ໃນປີ 2026 ແຂວງອັດຕະປືໄດ້ຈັດຕັ້ງການໃຫ້ບໍລິການຢອດວັກຊິນໂປລິໂອມາແລ້ວ 2 ຮອບ ໂດຍສາມາດບັນລຸຜົນໄດ້ດີ. ໃນນັ້ນ ຮອບທີ 1 ບັນລຸ 99% ແລະ ຮອບທີ 2 ບັນລຸ 101% ລື່ນແຜນການທີ່ກຳນົດໄວ້. ສຳລັບການໃຫ້ບໍລິການຢອດວັກຊິນໂປລິໂອໃນປັດຈຸບັນ ແມ່ນໄດ້ກຳນົດໃຫ້ເປັນກິດຈະກຳປົກກະຕິຂອງຂະແໜງສາທາລະນະສຸກ ໂດຍມີເປົ້າໝາຍສຳຄັນໃນການເພີ່ມອັດຕາການຄຸ້ມຄອງວັກຊິນໃຫ້ແກ່ເດັກນ້ອຍຢ່າງທົ່ວເຖິງ, ຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງເຊື້ອພະຍາດ ພ້ອມທັງສ້າງຄວາມຮັບຮູ້ໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ເຫັນເຖິງຄວາມສຳຄັນຂອງການນຳພາລູກຫຼານໄປຮັບວັກຊິນຕາມກຳນົດ.
ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ເມື່ອບໍ່ດົນມານີ້ ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບລະຫວ່າງໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຈຳປາປະກັນໄພ ຈຳກັດ ໂດຍການລົງນາມຂອງ ສະຫາຍ ພົຈວ ສະແຫວງ ໄຊດາລາສາດ ອໍານວຍການຫົວໜ້າການທະຫານໂຮງໝໍສູນກາງ103 ກອງທັບ ແລະ ທ່ານ ເຂັມຄໍາ ອິນທະວົງ ຮອງອໍານວຍການບໍລິສັດຈຳປາປະກັນໄພຈຳກັດ, ມີຄະນະພັກ-ຄະນະອໍານວຍການໂຮງໝໍ, ຄະນະພະແນກພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກິດຈະກຳ “ການບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນຂອງ ສຊປລ, ພະນັກງານບໍານານ ແລະ ນັກຮຽນ-ຊາວໜຸ່ມ ຂຶ້ນໃນວັນທີ 12 ພະຈິກຜ່ານມາ ທີ່ ສຊປລ, ໃຫ້ກຽດນຳພາຕາງໜ້າຈາກກະຊວງສາທາລະສຸກ ໂດຍທ່ານ ໄພວັນ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະຍາບານ ຈາກໂຮງໝໍມະໂຫສົດ ແລະ ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຮອງເລຂາ, ຄະນະກົມ, ພະນັກງານ ສຊປລ, ພະນັກງານບໍານານ, ບັນດາບໍລິສັດໃຕ້ຟ້າການແວ່ນຮັບກວດສາຍຕາ, ນັກຮຽນ-ຊາວໜຸ່ມ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ X ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.
ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ