![]() |
ເຕະບານເຍົາວະຊົນ ຢູ10 ລາຍການ COPA NAKA 2026 ຈັດຂຶ້ນ ລະຫວ່າງວັນທີ 4-5 ກໍລະກົດ 2026 ທີ່ແຂວງຊຽງໃໝ່ ປະເທດໄທ ມີທີມທີ່ມາຈາກ 12 ຊາດ ໃນຂົງເຂດທະວີບອາຊີ ແລະ ອາຊຽນ ເຂົ້າຮ່ວມ, ໃນນັ້ນ ຜົນງານທີມ ເບ ສະຫວັນ ສາມາດເອົາຊະນະຄູ່ແຂ່ງຂັນຂາດຮອຍ ໂດຍສະເພາະໃນຮອບ 8 ທີມ ຊຽງໃໝ່ ເອັບເອ ເຖິງ 7-0 ປະຕູ, ຮອບຮອງຊະນະເລີດ ຊະນະ ທີມລຳປາງ ອາຣີນ່າ 5-1 ປະຕູ ຜ່ານເຂົ້າຊີງຊະນະເລີດ ຢູ10 ເບ ສະຫວັນ ສາມາດເອົາຊະນະ ສະປີລິດ ອາຄາເດມີ້ (Spirit Academy) ທີມຈາກສປປ ລາວ ດ້ວຍກັນ 5-2ປະຕູ ຄວ້າແຊັມລາຍການດັ່ງກ່າວໄປຄອງ ພ້ອມໄດ້ສິດ ໄປແຂ່ງຂັນທີ່ປະເທດສິງກະໂທ ໃນເດືອນພະຈິກ 2026ນີ້
ຍັງເຫຼືອພຽງອີກ 5 ວັນ ສຳລັບ ນັກເຕະ ເບ ສະຫວັນ ມີແຜນຈະສືບຕໍ່ອອກເດີນທາງໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ໃນວັນທີ 12 ກໍລະກົດ 2026ນີ້. ກ່ອນໜ້ານີ້ ສະໂມສອນ ເບ ສະຫວັນ ໃນຮຸ່ນດັງກ່າວ ກໍໄດ້ສາຍແວວ ໃນການຄວ້າແຊັມເຕະບານຊີງແຊັມນາໆຊາດ ທີ່ນະຄອນຖາຍຫງຽນ ສສ ຫວຽດນາມມາແລ້ວພາບ-ຂ່າວ: ສົງການ

ຄໍາເຫັນ