ເຈົ້າແຂວງຈຳປາສັກ ຕ້ອນຮັບຜູ້ແທນບັນດາແຂວງຂອງປະເທດໄກ້ຄຽງ

ເຈົ້າແຂວງຈຳປາສັກ ຕ້ອນຮັບຜູ້ແທນບັນດາແຂວງຂອງປະເທດໄກ້ຄຽງ

ເຈົ້າແຂວງຈຳປາສັກ ຕ້ອນຮັບຜູ້ແທນບັນດາແຂວງຂອງປະເທດໄກ້ຄຽງ
ເມື່ອບໍ່ດົນຜ່ານມານີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນຈາກບັນດາແຂວງຂອງ ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ, ຣາຊະອານາຈັກໄທ

ແລະ ນັກການທູດ ໃນໂອກາດ ເຂົາຮ່ວມງານເທດສະການບຸນກາເຟ-ຊາເມືອງປາກຊ່ອງ, ສຳມະນາການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ ແລະ ຮ່ວມງານ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ທີ່ແຂວງຈໍາປາສັກ.

ໃນການພົບປະຄັ້ງນີ້, ຄະນະຜູ້ແທນ ແຂວງກວາງຈິ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈ໋ຽນ ຖັງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງກວາງຈິ, ແຂວງກອນຕູມ ນຳໂດຍ ທ່ານ ຫງວຽນ ງ໋ອກ ເຊີມ ຮອງປະທານຄະນະກໍາມະການປະຊາຊົນແຂວງກອນຕູມ, ນະຄອນໂຮ່ຈິມິນ ນຳໂດຍ ທ່ານ ຟ້າມ ຍືດ ດ້ຽມ ຮັກສາການຫົວໜ້າພະແນກການຕ່າງປະເທດນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນ ແຂວງດົ່ງຖັບ ນຳໂດຍ ທ່ານ ຫງວຽນ ວັນ ລ໋ວດ ຮອງຫົວໜ້າພະແນກອຸດສະຫະກໍາ ການຄ້າ ແຂວງດົ່ງຖັບ ສສຫວຽດນາມ. ຄະນະຜູ້ແທນ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ນຳໂດຍ ທ່ານ ຮ້ອຍຕີ ສົມມົງຄຸນ ມົງຄຣະສິຣິ ຮອງຜູ້ວ່າຈັງຫວັດອຸບົນຣາຊະທານີ ແລະ ຄະນະຜູ້ແທນ ຣາຊະອານາຈັກກຳປູເຈຍ ແຂວງຊຽງແຕງ ນຳໂດຍ ທ່ານ ສີຊວນ ຮອງເຈົ້າແຂວງຊຽງແຕງ, ແຂວງແປຼະວິເຮຍ ນຳໂດຍ ທ່ານ ມິນສີທາ ຮອງເຈົ້າແຂວງແປຼະວິເຮຍ ຣາຊະອານາຈັກກຳປູເຈຍ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຈຳປາສັກ ຂອງຄະນະຜູ້ນແທນ ບັນດາແຂວງຂອງ ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ ແລະ ຣາຊະອານາຈັກໄທ ເຊິ່ງເປັນການຮັດແໜ້ນ ສາຍພົວພັນ ອັນດີ, ເປັນການເພີ່ມທະວີ ປະກອບສ່ວນຊຸກຍູ້ບັນດາເນື້ອໃນການຮ່ວມມືພັດທະນາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ສົ່ງເສີມ ການຄ້າ-ການລົງທຶນ-ການທ່ອງທ່ຽວ ແລະ ກະສິກຳ ຮ່ວມກັນ ກໍຄື ການເສີມຂະຫຍາຍສາຍພົວພັນ ທາງດ້ານເສດຖະກິດ ແລະ ວັດທະນະທໍາ - ສັງຄົມ ໃຫ້ນັບມື້ນັບແໜ້ນແຟ້ນ ດີຂຶ້ນເລື້ອຍໆ, ພ້ອມນັ້ນ ກໍໄດ້ເຂົ້າຮ່ວມງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ ແລະ ໃນວັນດຽວກັນ, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ຕ້ອນຮັບ ທ່ານ ຫວາງ ຊາງ ອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ; ຜູ້ຕາງໜ້າ ສະຖານເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳ ສປປ ລາວ; ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫ່ຍແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ນຳອິກ.

(ຂ່າວ: ທັດຊະນະ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.
ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ວັນທີ 28 ຕຸລານີ້, ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ຢູ່ທີ່ຫ້ອງປະຊຸມຊັ້ນສາມຫ້ອງວ່າການແຂວງເຊກອງ ໂດຍມີສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມຄະນະ, ມີທ່ານທ່ານ ຫງວຽນ ດິ່ງ ວິງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ເຂົ້າຮ່ວມ.
ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ພິທີຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຂຶ້ນໃນວັນ 28 ຕຸລານີ້ ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນໍາລະດັບຊາດໄດ້ຖະແຫຼງຂ່າວວ່າ: ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງຈະຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ແລະ ບັນດາປະເທດເພື່ອນມິດ, ວົງຄະນາຍາດ ສາກົນ, ຄູ່ຮ່ວມພັດທະນາ ແລະ ປະຊາຊົນທົ່ວປະເທດ, ທີ່ໃຫ້ການສະໜັບສະໜູນ, ການຮ່ວມມືດ້ວຍດີຕະຫຼອດມາ ໃນວຽກງານຂະບວນການໂຕະມົນ ກໍຄືວຽກງານການພັດທະນາ ສປປ ລາວ. ກອງປະຊຸມດັ່ງກ່າວເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄໍາສັ່ງຂອງ ລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກວິທີການ ແລະ ມາດຕະການແກ້ໄຂ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ. ສິ່ງສໍາຄັນອີກປະການໜຶ່ງ ກໍຄືການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ