ໂຄງ ການກໍ່ສ້າງໂຮງຮຽນມັດ ທະຍົມຕອນຕົ້ນ

ເຈົ້າແຂວງຄຳມ່ວນຕິດ ຕາມໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ສະມາຄົມຄົນເຊື້ອຊາດຫວຽດນາມແຂວງຄຳມ່ວນ

ເຈົ້າແຂວງຄຳມ່ວນຕິດ ຕາມໂຄງການກໍ່ສ້າງ  ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ສະມາຄົມຄົນເຊື້ອຊາດຫວຽດນາມແຂວງຄຳມ່ວນ
ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາມ່ວນ ພ້ອມຄະນະໄດ້ລົງຕິດຕາມກວດກາໂຄງ ການກໍ່ສ້າງໂຮງຮຽນມັດ ທະຍົມຕອນຕົ້ນເອກະພາບສະມາຄົມຄົນເຊື້ອຊາດຫວຽດນາມແຂວງຄຳມ່ວນ

 ໃນວັນທີ 19 ສິງຫາ ຜ່ານມາ ທີ່ເມືອງທ່າແຂກ ຊຶ່ງໂຄງ ການດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກແຂວງກວາງບິ່ງ ສສ ຫວຽດ ນາມ ມອບເປັນຂອງ ຂວັນໃຫ້ກັບສະມາຄົມຫວຽດນາມທີ່ແຂວງຄໍາມ່ວນ ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນການພັດ ທະນາດ້ານການສຶກສາ ໂດຍສະເພາະການຍົກລະດັບການສຶກສາໃນຂັ້ນປະຖົມໃຫ້ກາຍເປັນລະດັບມັດທະຍົມຕົ້ນ ເຊື່ອມຕໍ່ຈາກໂຮງຮຽນປະຖົມເອກະພາບຢູ່ບ້ານສົມສະອາດ ເມືອງທ່າແຂກ. ໂຮງຮຽນ ແຫ່ງນີ້ບໍ່ພຽງແຕ່ເປັນບ່ອນຮໍ່າຮຽນຂອງນັກ ສຶກສາທີ່ເປັນລູກຫຼານລາວເຊື້ອສາຍຊາວຫວຽດນາມຢູ່ແຂວງຄໍາມ່ວນເທົ່ານັ້ນ ແຕ່ຍັງ ເປັນລູກຫຼານຂອງຊົນເຜົ່າລາວ. ເວົ້າສະເພາະນັກຮຽນເມືອງທ່າແຂກ ເພື່ອສະແດງໃຫ້ເຫັນຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ ແລະ ໜັ້ນຄົງ ລະຫວ່າງ 2 ແຂວງຄໍາມ່ວນ-ກວາງບິ່ງ. ໂຮງຮຽນດັ່ງກ່າວເປັນອາ ຄານ 3 ຊັ້ນ, ມີ 18 ຫ້ອງຮຽນ, ມີຫ້ອງປະຊູມຄູ, ຫ້ອງປະຖົມພະ ຍາບານເບື້ອງຕົ້ນ, ຫ້ອງ ນໍ້າ, ບ່ອນຈອດລົດຖີບສໍາລັບນັກຮຽນ ແລະ ອື່ນໆ. ໂດຍໄດ້ເລີ່ມລົງມືກໍ່ສ້າງໃນເດືອນກໍລະກົດ 2023 ລວມມູນຄ່າການກໍ່ສ້າງທັງໝົດ 25 ຕື້ດົ້ງ ໃນເນື້ອທີ່ 3.613 ຕາແມັດ. ມາຮອດປັດຈຸບັນໄດ້ສຳເລັດການກໍ່ສ້າງ 100% ຄາດວ່າຈະ ມອບ-ຮັບ ແລະ ເປີດນຳໃຊ້ໃນໄວໆນີ້.

ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວສືກສາ-ກິລາ

ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດນການເປັນປະທານຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ ກະຊວງນຶກສາທິການ ແລະ ກິລາ ຮອງປະທານຈັດງານ ຜູ້ຊີ້ນໍາກໍາມະການເຕັກນິກ-ຈັດການແຂ່ງຂັນ ມີບັນດາຄະນະກໍາມະການຝ່າຍຕ່າງໆ ຫົວໜ້າ-ຮອງຫົວໜ້າພະແນກ ຫົວໜ້າຄະນະນັກກິລາ ບັນດາແຂວງ ນະຄອນຫຼວງ ແລະ ຕາງໜ້າສະຫະພັນກິລາຄົນພິການແຫ່ງຊາດລາວ ເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ເມື່ອບໍ່ດົນຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງອັດຕະປື, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍ ເຫຼືອເປັນມູນຄ່າປະມານ 97,139 ໂດລາ ເພື່ອສະໜັບສະໜູນ “ໂຄງການກໍ່ສ້າງອາຄານໂຮງຮຽນມັດທະ ຍົມສຶກສາສົມບູນສົມສຸກ” ໃນແຂວງອັດຕະປື ພາຍໃຕ້“​​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP)”.
ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ໄດ້ໂອ້ລົມທີມນັກກິລາລາວທີ່ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 9-20 ທັນວາ 2025ຊຶ່ງມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.
ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.

ເພີ່ມເຕີມ