ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມ
ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຟູມິໂອະ ກິຊິດະນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ຈະຈັດຂຶ້ນໃນວັນທີ 16-18 ທັນວາ ນີ້ ທີ່ ໂຕກຽວຍີ່ປຸ່ນ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກໍານົດທິດທາງໃນອະນາຄົດສໍາລັບການຮ່ວມມື ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນກັນຍາ 2023.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ໃນຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງຈະໄດ້ພົບປະສອງຝ່າຍຈໍານວນໜຶ່ງອີກດ້ວຍ.

ຄໍາເຫັນ