ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ.
ຄໍາເຫັນ