ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ,ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍແຕ່ວັນທີ 7-11 ພຶດສະພາ 2024ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ,ສະເຫຼີມສະຫຼອງຄົບຮອບ 30 ປີ ການລົງນາມ ສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສະຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະສັກໃນພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຣັດເຊຍ ຄົບຮອບ 79 ປີ.
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ
ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ຄໍາເຫັນ