ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມມືກັນສ້າງໂລກທີ່ດີກວ່າ” (BRICS and Global South: Joint Building a Better World) ຊຶ່ງຈະຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 (16th BRICS Summit) ໃນໄລຍະວັນທີ 22-24 ຕຸລາ 2024 ທີ່ ເມືອງກາຊານ ສະຫະພັນຣັດເຊຍ. ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີ ຊຶ່ງເລີ່ມມາແຕ່ປີ 2009, ຄັ້ງຫຼ້າສຸດ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ຈຸດປະສົງ ແມ່ນເພື່ອປຶກສາຫາລື ກ່ຽວກັບ ບັນຫາສິ່ງທ້າທາຍຂອງໂລກໃນປັດຈຸບັນ ລວມທັງແນວທາງໃນການສົ່ງເສີມການຮ່ວມມື ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງຈະໄດ້ພົບປະສອງຝ່າຍກັບທ່ານປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ກ້າວສູ່ລວງເລິກໃນຕໍ່ໜ້າ.
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ
ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ຄໍາເຫັນ