ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30


 ພາຍໃຕ້ຫົວຂໍ້: ‘‘ສິ່ງທ້າທາຍສຳລັບອາຊີ ໃນໂລກທີ່ມີຄວາມຜັນແປຢ່າງສັບສົນ (Asia’s Challenge in a Turbulent World)’’ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 29-30 ພຶດສະພາ 2025 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີໄດ້ຈັດຂຶ້ນທຸກໆປີ ໂດຍສໍານັກຂ່າວໜັງສືພິມນິກເກອິຂອງປະເທດຍີ່ປຸ່ນນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງໄດ້ເຊື້ອເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ພາກເອກະຊົນລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸດທິ, ປະທານອົງການ, ສະຖາບັນຕ່າງໆທັງພາກພື້ນ ແລະ ສາກົນຂອງພາກພື້ນອາຊີເຂົ້າຮ່ວມເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຮ່ວມກັນຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ.
ໃນໂອກາດເດີນທາງຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງມີແຜນເຂົ້າຢ້ຽມພົບປະກັບ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ (His Majesty the Emperor NARUHITO), ພົບປະກັບ ພະນະທ່ານ ອິຊິບະ ຊິເງະຣຸ (H.E. ISHIBA Shigeru) ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ແລະ ຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ອີກດ້ວຍ.

ຄໍາເຫັນ

ແຈ້ງການ

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ສານສະແດງຄວາມ​ຊົມເຊີຍ

ສານສະແດງຄວາມ​ຊົມເຊີຍ

ພະນະ​ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ​ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ​ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.
ເພີ່ມເຕີມ