ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ສປປ ລາວ ເເລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ທັງເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ ນະຄອນຫຼວງພຽງຢາງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ ໃນວັນທີ 28 ຕຸລາ 2025 ແລະ ຖືໂອກາດສະແດງຄວາມຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ແລະ ຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ສປປ ລາວ - ສປປ ເກົາຫຼີ.
ຄໍາເຫັນ