ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງນີ້ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນພວມສະເຫຼີມ ສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນ ຕົ້ນມາ. ດັ່ງນັ້ນ, ການຢ້ຽມຢາມຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈຶ່ງເປັນຂີດໝາຍສໍາຄັນໜຶ່ງ ສໍາລັບປະຫວັດສາດຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸນ ແລະ ທັງເປັນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານລາວ-ຍີ່ປຸ່ນໃຫ້ເປັນຮູບປະທໍາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ການເຄື່ອນໄຫວສຳຄັນຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນຄັ້ງນີ້ ນອກຈາກການພົບປະກັບການນຳສູງສຸດທຸກຂັ້ນຂອງ ສປປ ລາວ ແລະ ຢ້ຽມຊົມສະຖານທີ່ທາງດ້ານວັດທະນະ ທຳສຳຄັນແລ້ວ ຍັງຈະສະເດັດຢ້ຽມຢາມແຂວງຫຼວງພະບາງອີກດ້ວຍ.
ຄໍາເຫັນ