ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດພະກະນິດຖາທິຣາດເຈົ້າກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ການສ້າງຕັ້ງສູນພັດທະນາ ແລະ ການບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ, ໃນວັນທີ 12 ມັງກອນ 2024ເພື່ອສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງສປປລາວ ແລະ ຣາຊະອານາຈັກໄທ.
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ
ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ຄໍາເຫັນ