ຈົ່ງພ້ອມກັນເປັນເຈົ້າການປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍ

ຈົ່ງພ້ອມກັນເປັນເຈົ້າການປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍ
ໂດຍ: ວັນເພັງ
ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງເປັນໜຶ່ງບັນຫາທີ່ເກີດຂຶ້ນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ ໂດຍສະເພາະເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາ ວັນທີ 7 ພຶດສະພາ 2024 ທົ່ວປະເທດມີໂຕເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ. ສະນັ້ນ, ປັດຈຸບັນກ້າວເຂົ້າສູ່ໄລຍະລະດູຝົນ ທຸກຄົນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນປ້ອງກັນພະຍາດດັ່ງກ່າວ ໂດຍການກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ສິ່ງສຳຄັນຕ້ອງປະຕິ ບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ. ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາວັນທີ 7 ພຶດສະພາ 2024 ທົ່ວປະເທດຍັງມີການລະບາດຂອງພະຍາດໄຂ້ຍຸງລາຍນັບມື້ນັບເພີ່ມຂຶ້ນ ຊຶ່ງເຮັດໃຫ້ມີໂຕເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ, ແຂວງທີ່ມີການລະບາດຫຼາຍກວ່າໝູ່ແມ່ນແຂວງເຊກອງ 881 ຄົນ, ເສຍຊີວິດ 1 ຄົນ, ນະຄອນຫຼວວຽງຈັນ 566 ຄົນ, ເສຍຊີວິດ 2 ຄົນ, ຫຼວງນໍ້າທາ 293 ຄົນ, ສະຫວັນນະເຂດ 158 ຄົນບໍ່ມີຜູ້ເສຍຊີວິດ ແລະ ແຂວງອື່ນໆ ຕາມລຳດັບ. ສະນັ້ນ, ທຸກຄົນໃນທົ່ວສັງຄົມ ຈົ່ງພ້ອມກັນເປັນເຈົ້າການຮ່ວມແຮງຮ່ວມໃຈປ້ອງກັນຕົນເອງດ້ວຍການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເປັນຕົ້ນຕ້ອງປິດພາຊະນະຕ່າງໆຢູ່ພາຍໃນບ້ານເຮືອນ ແລະ ນອກເຮືອນໃຫ້ດີ; ປ່ຽນພາຊະນະທີ່ມີນໍ້າອັ່ງຂັງໂດຍສະເພາະອຸ, ແອ່ງ, ຖັງ, ຖາດຮອງຕີນຕູ້ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງສະພາບແວດລ້ອມ, ສະຖານທີ່ຢູ່ອາໄສຂອງຕົນໃຫ້ສະອາດງາມຕາຢູ່ສະເໝີ ແລະ ປະຕິບັດເປັນປະຈຳທຸກໆອາທິດ. ພ້ອມນັ້ນ, ບໍ່ວ່າຈະເປັນອົງການຈັດຕັ້ງເມືອງ, ບ້ານຕ້ອງເປັນເຈົ້າການປຸກລະດົມໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈ, ຮັບຮູ້ວິທີປ້ອງກັນຕົນເອງຕໍ່ພະຍາດດັ່ງກ່າວໂດຍຜ່ານທາງໂທລະໂຄ່ງ ແລະ ອື່ນໆແມ່ນເປັນການດີທີ່ສຸດ.
ຢ່າງໃດກໍຕາມ ຖ້າທ່ານ ຫຼື ຄົນໃນຄອບຄົວຮູ້ສຶກບໍ່ສະບາຍບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດໝໍໂດຍດ່ວນເປັນຕົ້ນໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາໃກ້ບ້ານທ່ານ ຫຼື ສະຖານທີ່ໃຫ້ບໍລິການຕ່າງໆ ເພື່ອຈະໄດ້ກວດໃຫ້ຮູ້ອາການພະຍາດ ພ້ອມກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

ຄໍາເຫັນ

ຂ່າວສາທະລະນະສຸກ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ (18/6/1965-18/6/2026) ໃນວັນທີ 19 ມິຖຸນາຜ່ານມາ, ທີ່ເມືອງລະມາມ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ວັນທີ່ 14 ມິຖຸນາ ປະຈຳປີ 2026 ນີ້ ອົງການກາແດງແຂວງຫຼວງພະບາງ ຈະໄດ້ຈັດກິດຈະກຳປຸກລະດົມ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສີ່ງຕອບແທນ, ໂດຍຈະຈັດຂຶ້ນທີ່ໂຮງແຮມອາວານີ ນະຄອນ ຫຼວງພະບາງ ໃນວັນທີ່ 12 ມິຖຸນາ ທີ່ຈະມາເຖີງນີ້.
ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ທ່ານ ນາງ ວັນເພັງ ພັນທະນາໄລ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ວ່າ: ກ່ຽວກັບວຽກງານການຢອດຢາວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ.
ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ຶອສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 163 ປີ (8/5/1863-8/5/ 20226), ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການ ກາແດງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ