ຈົດໝາຍຊົມເຊີຍ

ຈົດໝາຍຊົມເຊີຍ

ວັນທີ 24 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງ ພະນະທ່ານ ຊັງຕັງຊາທາຣ ກອມບໍຈາວ (Gombojov Zandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ນະຄອນຫຼວງອູລານບາຕໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ພະນະທ່ານ ໃນ​ໂອກ​າດທີ່​ໄດ້​ຮັບການ​ແຕ່ງຕັ້ງໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ມົງໂກລີ ຄົນໃໝ່.

 

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດລາວ ແລະ ມົງໂກລີ ຈະໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມມືຢ່າງໃກ້ຊິດກັບພະນະທ່ານ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຕະຫຼອດໄລຍະ 6 ທົດສະວັດກວ່າໃຫ້ມີຄວາມຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ທັງເປັນການປະກອບ ສ່ວນເຂົ້າໃນພາລະກິດເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

ຄໍາເຫັນ

ແຈ້ງການ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8/81967 - 8/8/2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23/7/1997 - 23/7/2025) ດ້ວຍບັນຍາກາດແຫ່ງມິດຕະພາບທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ: ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ວັນ​ທີ 23 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ​ທ່ານ Cho Hyun ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ ທີ່ ​ເຊ​ອູ​ນ ໂດຍມີເນື້ອໃນວ່າ: ຂ້າພະ​ເຈົ້າ​ ໄດ້ຮັບຂ່າວດ້ວຍຄວາມເສົ້າໂສກເສຍໃຈ ຢ່າງສຸດຊຶ້ງຕໍ່ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຈໍານວນຫຼວງຫຼາຍແກ່ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ຈາກເຫດການຝົນຕົກໜັກ ແລະ ດິນໄຫຼເຈື່ອນ ຢູ່ ທາງພາກໃຕ້ຂອງສາທາລະນະລັດ ເກົາຫຼີ ໃນອາທິດທີ່ຜ່ານມາ.
ໂທລະເລກສະແດງຄວາມເຫັນໃຈ

ໂທລະເລກສະແດງຄວາມເຫັນໃຈ

ໃນວັນທີ 22 ກໍລະກົດນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຟ້າມມິງຈິງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດຕໍ່ສະພາບຜົນກະທົບຂອງພາຍຸເລກ 3 ​(Wipha) ທີ່ໄດ້ພັດເຂົ້າສູ່ເຂດທະເລຕອນເໜືອ ຂອງພາກຕາເວັນອອກສ່ຽງເໜືອ ຂອງ ສສ ຫວຽດນາມ​ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງລວມທັງເຫດການເຮືອທ່ອງທ່ຽວ ເກີດອຸບັດເຫດພິກຂວໍ້າຢ່າງກະທັນຫັນ ຢູ່ ອາວຮາລອງເບ ແຂວງກວາງນິ່ງ ສສ ຫວຽດນາມ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ.
ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມໃນວັນທີ 18 ກໍລະກົດ ຫາ ວັນທີ 19 ກໍລະກົດ 2025 ຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ກ່າວຄຳເຫັນເປີດ ແລະ ປິດກອງປະຊຸມ.
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງພະນະທ່ານ ປຣາກ ໂຊຄົນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍ​​ຄະ​ນະ​ ຈະເດີນ​ທາງ​​ຢ້ຽມ​ຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຢ່າ​ງ​ເປັນ​ທາງ​ການ​
ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນເກີດ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ຄົບຮອບ 68 ປີ.
ເພີ່ມເຕີມ