ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ
ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ດບເບນຢໄອຈ ນາຄາ ແຊມໄອເບ ຄບ 2 ສະໄໝ ຖກຕອນຮບຢາງສມກຽດ - image 1
 

 

ພາຍຫຼັງທີ່ ສະໂມສອນ ດັບເບິນຢູໄອຈີ ປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ລາຍການ ໄອເບີ ຄັບ 2026 ທີ່ປະເທດປອກຕຸຍການ ກໍໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 8 ກໍລະກົດ 2026 ທີ່ສະໜາມບິນສາກົນວັດໄຕ ນຳພາໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ ກໍໄດ້ມີຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ພ້ອມຂະບວນລົດຈັກ ຮາເລ້ ຈຳນວນ 50 ຄັນ ນຳພາແຫ່ຂະບວນ ຕາມທ້ອງຖະໜົນຢ່າງເປັນຂະບວນຄຶກຄື້ນ ກ່ອນໄດ້ຮັບການຕ້ອນຮັບຢ່າງສົມກຽດທີ່ປະຕູໄຊ ໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະພະແນກອ້ອມຂ້າງ ແລະ ມວນຊົນທັງຊາວລາວ ແລະ ຊາວຕ່າງຊາດ ຕະຫຼອດຮອດຜູ້ປົກຄອງ ຮ່ວມສະແດງຄວາມຍິນດີ.

ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຫົວໜ້າຄູຝຶກສະໂມສອນ ດັບເບິນຢູໄອຈີ ນາຄາ ໃຫ້ສຳພາດວ່າ: ກ່ອນຈະປ້ອງກັນແຊັມໃນການແຂ່ງຂັນລາຍການດັ່ງກ່າວ ພວກເຮົາໄດ້ເດີນທາງໄປເກັບຕົວຝຶກຊ້ອມເປັນເດືອນ ຕອນນີ້ ຄິດຮອດເຂົ້າໜ້ຽວ ແລະ ຕຳໝາກຮຸ່ງແຮງ ນັກກິລາທຸກຄົນຊຸດນີ້ ພ້ອມພຽງກັນສູ້ໄດ້ເຕັມທີ່ ເຮັດຜົນງານອອກມາດີຫຼາຍ ສາມາດເອົາຊະນະຄູແຂ່ງຂັນ ຂາດຮອຍ ແລະ ປ້ອງກັນແຊັມໄດ້ສຳເລັດ ງານຕໍ່ໄປພວກເຮົາຈະໄດ້ກຽມໄປແຂ່ງຂັນທີ່ນະຄອນຊຽງໄຮ ສປ ຈີນ ຊຶ່ງເປັນລາຍການທີ່ລັດຖະບານຈີນຈັດຂຶ້ນ ໂດຍໄດ້ມີການເຊີນເອົາ 8 ສະໂມສອນລະດັບຊັ້ນນຳ ມາຮ່ວມຊີງໄຊ, ໃນນັ້ນ ກໍມີສະໂມສອນບາເຊໂລນາ ແລະ ທີມດັງໃນປະເທດຍີ່ປຸ່ນ ມາຮ່ວມແຂ່ງຂັນ ຂໍຝາກເປັນກຳລັງໃຈໃຫ້ນັກເຕະທຸກຄົນຕື່ມ ແລ້ວພວກເຮົາຈະພະຍາຍາມຍາດແຊັມມາຝາກ ເພື່ອຄວາມພາກພູມໃຈຂອງຊາວລາວທຸກຄົນ.

ຂ່າວ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ XV ໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງ ນວ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ, ສະຫາຍ ວຽງຄໍາ ສີຫາໂຄດ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງໄຊທານີ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ - ພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ, ຄະນະຮັບຜິດຊອບຊຸດຮຽນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.
ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ຫຼວງພະບາງ ຈະສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ໃຫ້ສູງຂຶ້ນ

ໃນໂອກາດພົບປະພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າ ຢູ່ເມືອງນານ ໃນເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ
ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນວ ຮ່ວມກັບລັດວິສາຫະກິດນໍ້າປະປານະຄອນຫຼວງ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງ​ຈັນ (ນວ) ຮ່ວມກັບ ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການກະກຽມຕ້ອນຮັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນວ.
ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ທັບນັກກິລາເຍົາວະຊົນ ຢູ-10 ເບສະຫວັນ ເດີນທາງເຂົ້າຮ່ວມແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່

ໃນວັນທີ 2 ກໍລະກົດນີ້ ທັບນັກກິລາ ແລະ ຄູຝຶກຂອງສະໂມສອນ ເບສະຫວັນ ເອັບຊີ (Baysanvanh FC) ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ສປປ ລາວ ມຸ່ງໜ້າສູ່ແຂວງຊຽງໃໝ່ ປະເທດໄທ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ "COPA NAKA 2026 – U10" ຊຶ່ງລາຍການນີ້ ຖືເປັນເວທີໃຫຍ່ທີ່ເຕົ້າໂຮມເອົາທີມເຍົາວະຊົນຊັ້ນນຳຈາກຫຼາຍປະເທດ ໃນທະວີບອາຊີມາປະຊັນແຂ່ງຂັນກັນ.
ອານັນໄຊ ແລະ ພູຄູນ ໄດ້ແຊັມລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026

ອານັນໄຊ ແລະ ພູຄູນ ໄດ້ແຊັມລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026

ສະຫະພັນກິລາລົດຖີບແຫ່ງຊາດລາວ ປະສົບຜົນສຳເລັດຢ່າງຈົບງາມໃນການຈັດການແຂ່ງຂັນລົດຖີບ ຊີງແຊັມປະເທດລາວ ປະຈຳປີ 2026 ລະຫວ່າງວັນທີ 27-28 ມິຖຸນາ ຜ່ານມາ ໂດຍມີນັກກິລາຈາກທົ່ວປະເທດເຂົ້າຮ່ວມຊີງໄຊຢ່າງຄຶກຄື້ນ ພາຍໃຕ້ສະພາບອາກາດທີ່ຮ້ອນເອົ້າ ແຕ່ເຕັມໄປດ້ວຍຄວາມດຸເດືອດ.
ຝຶກອົບຮົມພັກແລ້ງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປະຈຳປີ 2026

ຝຶກອົບຮົມພັກແລ້ງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປະຈຳປີ 2026

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JF) ໄດ້ຈັດພິທີເປີດການຝຶກອົບຮົມພັກແລ້ງສໍາລັບຄູສອນພາສາຍີ່ປຸ່ນ ປະຈຳໂຮງຮຽນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຂຶ້ນໃນວັນທີ 1 ກໍລະກົດຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄູຊາກາເບະ ໂຢຊຸເກະ (Kusakabe Yosuke) ຜູ້ຕາງໜ້າມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈະເລີນສັກ ຄຳສັກປະສິດ ຫົວໜ້າພະແນກບໍລິຫານ ສວສ ພ້ອມດ້ວຍຫົວໜ້າພະແນກ, ຜູ້ອຳນວຍການໂຮງຮຽນ ແລະ ບັນດາຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ