ເອກອັກຄະຣາຊະທູດ ແຫ່ງ ຣາຊະນາອາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

ເອກອັກຄະຣາຊະທູດ ແຫ່ງ ຣາຊະນາອາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

ເອກອັກຄະຣາຊະທູດ ແຫ່ງ ຣາຊະນາອາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ
ໃນວັນທີ່ 14 ພຶດສະພາຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງໄຊສົມບູນ, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ຣາຊະນາອາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະບັນດາພະແນກການທີ່ກ່ຽວຂ້ອງຂອງ ແຂວງໄຊສົມບູນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອຸດອນ ສິງດາລາ ຫົວໜ້າຫ້ອງວ່າການ ແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້, ກໍເພື່ອເປັນການຊອກຊ່ອງທາງການຮ່ວມມືດ້ານການຄ້າ, ການລົງທຶນ, ເສດຖະກິດ ແລະ ການທ່ອງທ່ຽວ ເພື່ອເປັນທ່າແຮງ ເຂົ້າໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງເຊື່ອມຈອດ ແລະ ການລົງທຶນດ້ານຕ່າງໆໂດຍສະເພາະ ການພົບປະເຮັດວຽກ ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ. ເພື່ອຍາດແຍ່ງການຮ່ວມມື ແລະ ການລົງທຶນ ຈາກໄທໃນບາງດ້ານທີ່ມີຄວາມພ້ອມ ແລະ ເປັນທ່າແຮງ, ທັງເປັນການຕິດຕາມຊຸກຍູ້ ແລະ ເປັນຂໍ້ມູນໃນການຮ່ວມມືລະຫວ່າງ ສອງປະເທດກໍຄື ຣາຊະນາອາຈັກໄທ ແລະ ສປປ ລາວ ໂດຍສະເພາະກໍແມ່ນ ແຂວງໄຊສົມບູນ.

ທ່ານ ອຸດອນ ສິງດາລາ ຍັງໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຂອບໃຈມາຍັງເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ເຫັນເຖິງຄວາມສຳຄັນຂອງແຂວງໄຊສົມບູນ ແລະ ຫວັງຢ່າງຍິງວ່າ ທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄຶແຂວງໄຊສົມບູນ ຊ່ວຍຊຸກຍູ້ສົ່ງເສີມຂະຫຍາຍການຮວ່ມມື ໃນຫຼາຍໆດ້ານໃຫ້ມີຮູບໂສມອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າໃນອະນາຄົດ.

(ຂ່າວ: ແກ່ນຈັນ ທຳມະນີ)

ຄໍາເຫັນ

ຂ່າວການຮ່ວມມື

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ໃນວັນທີ 17 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ໃນວັນທີ 16 ມິຖຸນາຜ່ານມານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື, ນຳໂດຍ ສະຫາຍ ພັນເອກ ຫງວຽນ ຊວນ ເຊີນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ອັດຕະປື ພ້ອມດ້ວຍຄະນະເຂົ້າຮ່ວມ.
ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ (TISIE) ຄັ້ງທີ III​ໄດ້ຈັດ​ຂຶ້ນ​ຢູ່​ເທດສະບານ​ທຽນຈີນ​, ທາງ​ພາກ​ເໜືອ​ຂອງ​ຈີນ​ໃນ​ວັນ​ພະຫັດທີ່ຜ່ານມາ​ນີ້, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດຕ່າງໆຫຼາຍກວ່າ 440 ວິ​ສາ​ຫະກິດ.
ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ເພີ່ມເຕີມ