ຫາລືການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 22

ຫາລືການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 22

ຫາລືການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 22
ໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ໂດຍການເປັນປະທານ ຂອງທ່ານວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

 

 

ກອງປະຊຸມໄດ້ສະເໜີກ່ຽວກັບງານວາງສະແດງຈີນ-ອາຊຽນ, ການເຂົ້າຮ່ວມງານຂອງ ສປປ ລາວ ໃນໄລຍະຜ່ານມາ, ບົດບາດຄວາມສຳຄັນຂອງເມືອງແຫ່ງສະເໜ ແລະ ແຜນການກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ທີ່ນະຄອນໜານໜິງ ສປ ຈີນ, ການສະເໜີກ່ຽວກັບງານວາງສະແດງ ຈີນ-ອາຊຽນ, ບົດບາດຄວາມສຳຄັນຂອງເມືອງແຫ່ງສະເໜ່ ແລະ ແຜ່ນການເຂົ້າຮ່ວມງານປີ 2025, ການສະເໜີແບບຈໍາລອງ ຫ້ອງວາງສະແດງແຫ່ງຊາດລາວ ແບບຈຳລອງເມືອງແຫ່ງສະເໜ່ແຂວງຫຼວງນ້ຳທາ, ການນຳສະເໜີກ່ຽວກັບແຜນການກະກຽມຈັດກອງປະຊຸມສົ່ງເສີມການຄ້າ ແລະ ການລົງທຶນ ລາວ-ຈີນ, ການແລກປ່ຽນບົດຮຽນທີ່ດີຕໍ່ກັບການເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຈາກແຂວງຫົວພັນໃນຄັ້ງທີ່ 21 ຜ່ານມາ. ການຈັດງານວາງສະແດງ ຈີນ-ອາຊຽນ ຕັ້ງແຕ່ເລີມຈັດ ແລະ ມາເຖີງປັດຈຸບັນໄດ້ 21 ຄັ້ງ ຊຶ່ງເລີ່ມແຕ່ປີ 2004 ເປັນຕົ້ນມາ, ໃນປີ 2024 ແຂວງຫົວພັນ ຖືກຄັດເລືອກເປັນເມືອງແຫ່ງສະເໜ່ ເຂົ້າຮ່ວມງານວາງສະແດງດັ່ງກ່າວ ສ່ວນແຂວງຫຼວງນ້ຳທາ ຍັງເປັນແຂວງສັງເກດການ; ມາໃນປີ 2025 ແຂວງຫຼວງນ້ຳທາໄດ້ຖືກ ຮັບຮອງຈາກລັດຖະບານ ເປັນເມືອງແຫ່ງສະເໜ່ ໃນການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ຢູ່ນະຄອນໜານໜິງ.

ການເຂົ້າຮ່ວມງານດັ່ງກ່າວ, ໃນແຕ່ລະໄລຍະຜ່ານມາ ທາງສູນກາງ ແລະ ທ້ອງຖິ່ນກໍໄດ້ມີການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ເພື່ອສົມທົບກັນກະກຽມກິດຈະກຳຕ່າງໆ ເພື່ອເຂົ້າຮ່ວມຕາມຫົວຂໍ້ທີ່ທາງ ສປ ຈີນ ໄດ້ແຈ້ງມາ, ກອງເລຂາຂັ້ນສູນກາງກໍໄດ້ລົງມາສົມທົບ ເກັບກຳຂໍ້ມູນ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ກໍໄດ້ມີການກະກຽມຂໍ້ມູນ, ສ້າງແຜນກິດຈະກຳຕ່າງໆຕື່ມອີກ.

(ຂ່າວ: ມຸນຕີ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ໃນໂອກາດເດີນທາງຢ້ຽມຢາມມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ (H.E. GombojovZandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານມົງໂກລີ.
ກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ

ກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ

ໃນວັນທີ 20 ສິງຫາ ຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ (28/8/1945-28/8/2025) ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.
ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ

ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ

ພິທີປະກາດຮັບຮອງເອົາ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງປະຫວັດສາດ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 22 ສິງຫານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມເປັນປະທານ; ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດ, ການນໍາບັນດາກະຊວງ, ບັນດາແຂວງ ລາວ-ຫວຽດ ເຂົ້າຮ່ວມ.
ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ວັນທີ 20 ສິງຫາ 2025, ທີ່ຫ້ອງປະຊຸມສະຖານກົງສູນຫວຽດນາມ ປະຈໍານະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທາງໄກ ເພື່ອສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ ໂດຍມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ຫວຽດນາມ ປະຈໍາພາກໃຕ້ລາວ ທີ່ນະຄອນປາກເຊ ພ້ອມດ້ວຍຄະນະ, ທ່ານ ນາງ ຫງວຽນ ງ໋ອກ ທື ຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງກາວບັ່ງ ສສ ຫວຽດນາມ, ບັນດາຄະນະພະແນກສຶກສາທິການ ແລະ ກິລາ ຈາກ 4 ແຂວງພາກໃຕ້ລາວ, ຄະນະສະມາຄົມຫວຽດນາມ ແຂວງຈໍາປາສັກ, ສະມາຄົມນັກທຸລະກິດຫວຽດນາມ ປະຈໍາພາກໃຕ້ລາວ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈາກມະຫາວິທະຍາໄລຈໍາປາສັກ, ໂຮງຮຽນພອນສະຫວັນ ເລີມດົ່ງ-ຈໍາປາສັກ, ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນນາໆຊາດ ເຂົ້າຮ່ວມ.
ຮອງປະທານປະເທດ ສສ ຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ຮອງປະທານປະເທດ ສສ ຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ສະຫາຍນາງ ຫວໍທິແອັງຊວນ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສຫວຽດນາມ) ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະຜູ້​ແທນ​ຂັ້ນ​ສູງໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ວັນທີ 19 ສິງຫາ ຜ່ານມານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.
Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

ວັນທີ 20 ສິງຫາ ນີ້, Vietjet ສະເຫຼີມສະຫຼອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ, ເພື່ອເສີມສ້າງສະຖານະພາບຂອງສາຍການບິນໃນຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ.
ເພີ່ມເຕີມ