ຕາມບົດລາຍງານຜົນກະທົບຈາກໄພພິບັດນໍ້າຖ້ວມຂອງຂະແໜງການສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາໃນວັນທີ 12 ກັນຍາຜ່ານມາໃຫ້ຮູ້ວ່າ: ໃນວັນທີ 9 ກັນຍາ 2024 ໄດ້ເກີດມີພາຍຸລົມແຮງເຮັດໃຫ້ເກີດມີຝົນຕົກໜັກກໍ່ໃຫ້ເກີດຄວາມເສຍຫາຍພໍສົມຄວນຕໍ່ໂຮງຮຽນທີ່ຕັ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຜ່ານການເກັບກຳຂໍ້ມູນຕົວຈິງໃນເບື້ອງຕົ້ນຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນໍ້າທາ ສັງລວມບັນດາໂຮງຮຽນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມມີໂຮງຮຽນ 50 ແຫ່ງ, ໃນນີ້ປະກອບມີໂຮງຮຽນມັດທະຍົມສົມບູນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 7 ແຫ່ງ, ໂຮງຮຽນປະຖົມ 23 ແຫ່ງ ແລະ ໂຮງຮຽນອະນຸບານ 17 ແຫ່ງ. ຜົນເສຍຫາຍໃນເບື້ອງຕົ້ນຂອງແຕ່ລະໂຮງຮຽນປະກອບມີອຸປະກອນການຮຽນ-ການສອນໃນໂຮງຮຽນ ເປັນຕົ້ນປຶ້ມແບບຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນອື່ນໆ; ເຟີນີເຈີ້ພາຍໃນໂຮງຮຽນ ແລະ ອາຄານຮຽນບາງໂຮງຮຽນເປ່ເພ. ນອກຈາກນີ້, ຍັງມີຄູ-ອາຈານ ແລະ ນັກຮຽນເກືອບ 6 ພັນຄົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ, ໃນນີ້ມີຄູ-ອາຈານ 362 ຄົນ ແລະ ນັກຮຽນ 5.611 ຄົນ. ຂ່າວ: ໜັງສືພິມສຶກສາ
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ
ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ