ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21

ຮອງນາຍົກຕ້ອນຮັບເລຂາພັກ ປະທານສະພາປະຊາຊົນ ເຂດກວາງຊີ ສປ ຈີນ

ຮອງນາຍົກຕ້ອນຮັບເລຂາພັກ ປະທານສະພາປະຊາຊົນ ເຂດກວາງຊີ ສປ ຈີນ
ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ ສປ ຈີນ, ໃນວັນທີ 22 ກັນຍານີ້ ທີ່ສູນປະຊຸມສາກົນ ໂຮງແຮມລີ້ຢວນ ນະຄອນໜານໜິງ ສປ ຈີນ, ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ

ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຫຼິວ ໜິງ ເລຂາພັກ ປະທານສະພາປະຊາຊົນເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະ.
ກ່ອນອື່ນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ເລຂາພັກ, ປະທານສະພາປະຊາ ຊົນເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ແລະ ຄະນະຮັບຜິດຊອບຈັດງານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຢ້ຽມຢາມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຊຶ່ງເຫັນວ່າ ເປັນເຂດໜຶ່ງທີ່ມີການພັດ ທະນາໄວໃນ ສປ ຈີນ; ໄດ້ຕີລາຄາສູງ ຕໍ່ການເປັນເຈົ້າພາບຈັດງານວາງສະແດງສິນຄ້າ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 21 ນີ້ ເປັນການສືບຕໍ່ຜັນຂະຫຍາຍ ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ເພື່ອແນໃສ່ສົ່ງເສີມການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ເຕັກໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ ລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນ ເຊື່ອໝັ້ນວ່າ ການຈັດງານວາງສະແດງສິນຄ້າຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ໄດ້ຮັບໝາກຜົນຕົວຈິງຫຼາຍກວ່າເກົ່າ; ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ, ການຮ່ວມມືຂອງສອງປະເທດ ເຫັນວ່າ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກສູ່ວຽກງານຕົວຈິງຫຼາຍດ້ານ ໂດຍສະເພາະ ການສືບຕໍ່ປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ເວົ້າລວມ, ເວົ້າສະເພາະ ຕະ ຫຼອດໄລຍະຜ່ານມາ ສປປ ລາວ ແລະ ກັບເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ກໍດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການຊ່ວຍເຫຼືອພັດທະນາດ້ານຕ່າງໆ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ຕະຫຼອດໄລຍະທີີ່ຜ່ານມາ ບໍ່ວ່າໃນໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ; ເພື່ອເປັນການຊຸກຍູ້ການຮ່ວມມືສອງປະເທດ ກໍຄື ລະຫວ່າງ ສປປ ລາວ ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໃນໂອກາດພົບປະກັບ ສະຫາຍເລຂາພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີຄັ້ງນີ້, ສະຫາຍຮອງນາຍົກ ລັດຖະມົນຕີ ຍັງໄດ້ສະເໜີບາງຄໍາເຫັນ ເປັນຕົ້ນ: ໃຫ້ຖືເອົາການຕົກລົງ ເປັນເອກະພາບ ຂອງສອງເລຂາ ທິການໃຫຍ່ຂອງສອງພັກ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງໃນແຕ່ລະດ້ານ; ຂຸດຄົ້ນນໍາໃຊ້ບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ; ສືບຕໍ່ການໄປມາຫາສູ່ກັນໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືໃນລະດັບທ້ອງຖິ່ນຂອງສອງຝ່າຍ, ສົ່ງເສີມການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ໂດຍສະ ເພາະ ການທ່ອງທ່ຽວ ທັງສ້າງເງື່ອນໄຂໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໄດ້ມີການໄປມາຫາສູ່ແລກປ່ຽນກັນ ເພື່ອສ້າງຈິດສໍານຶກ, ຄວາມສະໜິດສະໜົມຮັກແພງ ແລະ ການເປັນຄູ່ຮ່ວມຊາຕາກໍາ ໃຫ້ແກ່ເຂົາເຈົ້າ; ສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆທີ່ລົງນາມຮ່ວມກັນຜ່ານມາ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ; ປີ 2024 ເປັນປີທ່ອງທ່ຽວລາວ ສະເໜີໃຫ້ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຊຸກຍູ້ພາກທຸລະກິດ ທີ່ມີຄວາມສົນໃຈ, ມີທ່າແຮງເພື່ອສົມທົບກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ການທ່ອງທ່ຽວຂອງສອງຝ່າຍ ໃຫ້ມີບັນຍາກາດໃໝ່ ບົນຈິດໃຈນໍາໃຊ້ເສັ້ນ ທາງຄົມມະນາຄົມທີ່ມີພື້ນຖານ ທີ່ດີແລ້ວນີ້ ໃຫ້ເກີດຜົນປະໂຫຍດສູງສຸດ; ໃຫ້ມີການສ້າງຕັ້ງກົນໄກການຮ່ວມມືຮ່ວມກັນຮອບດ້ານໃນຕໍໍ່ໜ້າ; ສືບຕໍ່ການຮ່ວມມື ໃນຂົງເຂດວຽກງານກໍ່ສ້າງຊັບ ພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ພະນັກງານລາວ ໄດ້ມາແລກປ່ຽນຖອດຖອນບົດຮຽນຢູ່ກວາງຊີ ໃຫ້ຫຼາຍຂຶ້ນ; ສະເໜີໃຫ້ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ມີນະໂຍບາຍພິເສດ ໃຫ້ແກ່ສິນຄ້າກະສິກໍາມາຈາກ ສປປ ລາວ ໃຫ້ສາມາດເຂົ້າມາຈໍາໜ່າຍຢູ່ ສປ ຈີນ ແລະ ຊ່ວຍຍົກສູງຄຸນນະພາບການຜະລິດສິນຄ້າກະສິກໍາ ຂອງ ສປປ ລາວ ລວມທັງ ປັບປຸງການປູກພືດກະສິກໍາທີ່ມີທ່າແຮງ ແລະ ມີຜົນຕອບຮັບທີ່ສູງຂຶ້ນ; ເອົາໃຈໃສ່ຊຸກຍູ້ການດໍາເນີນງານຂອງສູນຮ່ວມມື ແນວພັນພືດທີ່ດີ ລະຫວ່າງ ເຂດກວາງຊີ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຄົ້ນຄວ້າ, ທົດລອງ ແລະ ຮ່ວມກັນພັດທະນາ ແນໃສ່ຕອບສະໜອງແນວພັນພືດທີ່ດີ ໃຫ້ແກ່ຊາວກະສິກອນ ກໍຄື ປະຊາຊົນລາວປູກໃຫ້ເປັນສິນຄ້າ ແລະ ສົ່ງອອກມາ ສປ ຈີນ ເພີ່ມຂຶ້ນ.
ໃນໂອກາດນີ້, ສະຫາຍເລຂາພັກ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກໍໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ແລະ ຍິນດີຕ້ອນຮັບສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທີ່ເດີນທາງ ມາເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ຊຶ່ງມີປະຫວັດສາດ, ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ; ຕີລາຄາສູງ ທີ່ເຫັນວ່າການຮ່ວມມືຂອງສອງປະເທດ ນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ເຂດກວາງຊີ ແລະ ສປປ ລາວ ແມ່ນໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະ ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກໍາ ລວມທັງ ໃນຕໍ່ໜ້າຈະສືບຕໍ່ຊ່ວຍເຫຼືອ ໃນການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ. ພ້ອມທັງ ຢືນຢັນວ່າຈະຮ່ວມກັບພາກສ່ວນກ່ຽວຂ້ອງຂອງລາວ ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງ ສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກ ໃນການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ບັນດາບໍລິສັດ, ນັກລົງທຶນຂອງເຂດກວາງຊີ ໄປຢ້ຽມຢາມ ແລະ ສຶກສາ ເບິ່ງຄວາມເປັນໄປໄດ້ ໃນການຮ່ວມມືດ້ານການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ.
ໃນວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຮງຮຽນນ້ອງນ້ອຍ 67 ຊຶ່ງເປັນໂຮງຮຽນທີ່ລູກຫຼານ ຂອງພະນັກງານປະຕິວັດອາວຸໂສຂອງ ສປປ ລາວ ມາສຶກສາຮໍ່າຮຽນ ໃນເມື່ອກ່ອນ. (ພາບ-ຂ່າວ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ