ຮອງປະທານ ສພຊຕ້ອນຮັບຄະນະມິດຕະພາບລັດຖະສະພາໄທ-ລາວ

ຮອງປະທານ ສພຊຕ້ອນຮັບຄະນະມິດຕະພາບລັດຖະສະພາໄທ-ລາວ
ທ່ານຄຳໃບດຳລັດຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບການຢ້ຽມຂ່ຳນັບຂອງທ່ານຕວງອັນທະໄຊສະມາຊິກວຸດທິສະພາປະທານຄະນະມິດຕະພາບລັດຖະສະພາໄທ-ລາວພ້ອມດ້ວຍຄະນະເມື່ອວັນທີ15ກຸມພາ ຜ່ານມາທີ່ຫໍສະພາແຫ່ງຊາດໃນໂອກາດມາຢ້ຽມຢາມແລະເຮັດວຽກຢູ່ສປປລາວ.
ທ່ານຮອງປະທານສະພາແຫ່ງຊາດໄດ້ສະເເດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະດັ່ງກ່າວຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດລາວ-ໄທກໍຄືສອງອົງການນິຕິບັນຍັດໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ; ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ຜົນການພົບປະເຮັດວຽກລະຫວ່າງສອງຄະນະມິດຕະພາບລາວ-ໄທ, ໄທ-ລາວຊຶ່ງສອງຝ່າຍໄດ້ທົບທວນຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາແລະກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າພ້ອມທັງໄດ້ຮ່ວມກັນແລກປ່ຽນບົດຮຽນທີ່ດີແລະປະສົບການການປະຕິບັດໜ້າທີ່ວຽກງານຂອງຕົນແລະຫົວຂໍ້ອື່ນໆທີ່ສອງຝ່າຍມີຄວາມສົນໃຈນໍາກັນ. ສຳລັບການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດລາວ-ໄທໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງແລະຂັ້ນຕ່າງໆນຳກັນເປັນປົກກະຕິ, ອັນພົ້ນເດັ່ນແມ່ນການຢ້ຽມຢາມຢ່າງເປັນທາງການຢູ່ຣາຊະອານາຈັກໄທຂອງທ່ານໄຊສົມພອນພົມວິຫານປະທານສະພາແຫ່ງຊາດເມື່ອເດືອນຕຸລາ2022ແລະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັນເປັນສະບັບທຳອິດຂອງສອງອົງການນິຕິບັນຍັດລາວ-ໄທ.
ໃນນາມຄະນະປະຈຳສະພາແຫ່ງຊາດ, ທ່ານຄຳໃບດຳລັດໄດ້ສະເໜີໃຫ້ສອງຄະນະມິດຕະພາບລັດຖະສະພາສືບຕໍ່ຍົກລະດັບການພົວພັນຮ່ວມມືກັນເພື່ອເສີມຂະຫຍາຍສາຍພົວພັນແລະການຮ່ວມມືຂອງສອງອົງການນິຕິບັນຍັດໃຫ້ນັບມື້ນັບເຂົ້າສູ່ລວງເລິກແລະເປັນຮູບປະທຳຍິ່ງໆຂຶ້ນໂດຍສະເພາະການແລກປ່ຽນຄະນະຜູ້ແທນຮ່ວມກັນຢ່າງປົກກະຕິແລະຕໍ່ເນື່ອງ, ແລກປ່ຽນບົດຮຽນໃນຫົວຂໍ້ວິທະຍາສາດຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ; ໃນປີນີ້ສປປລາວຈະເປັນປະທານອາຊຽນແລະສະພາແຫ່ງຊາດກໍຈະເປັນປະທານກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກລັດຖະບານກໍຄືລັດຖະສະພາໄທເພື່ອໃຫ້ສປປລາວສຳເລັດໜ້າທີ່ຢ່າງຈົບງາມ.
ທ່ານຕວງອັນທະໄຊໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນພ້ອມທັງແຈ້ງໃຫ້ຊາບຈຸດປະສົງການມາຢ້ຽມຢາມ, ເຮັດວຽກຢູ່ສປປລາວຊຶ່ງເປັນການຢ້ຽມຢາມເທື່ອທໍາອິດພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນປະທານຄະນະມິດຕະພາບລັດຖະສະພາໄທ-ລາວແລະຜົນສຳເລັດໃນການພົບປະເຮັດວຽກກັບຄະນະມິດຕະພາບລັດຖະສະພາລາວ-ໄທ; ໃຫ້ຄຳໝັ້ນວ່າຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດກໍຄືສອງອົງການນິຕິບັນຍັດໃຫ້ໄດ້ຮັບການເສີມຂະຫຍາຍແລະເປັນຮູບປະທຳຍິ່ງໆຂຶ້ນໄປລວມທັງຈະສະໜັບສະໜູນສະພາແຫ່ງຊາດລາວໃນການເປັນປະທານໄອປາ.
ກ່ອນໜ້ານີ້ ໃນວັນດຽວກັນທີ່ສະພາແຫ່ງຊາດ, ທ່ານສຸບັນສະວະບຸດປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດປະທານຄະນະມິດຕະພາບລັດຖະສະພາລາວ-ໄທພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບທ່ານຕວງອັນທະໄຊສະມາຊິກວຸດທິສະພາປະທານຄະນະມິດຕະພາບລັດຖະສະພາໄທ-ລາວພ້ອມດ້ວຍຄະນະ; ທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີແລະຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ຊຶ່ງເປັນການນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນແລະຄວາມສາມັກຄີຮັກແພງຂອງລັດຖະສະພາແລະປະຊາຊົນໄທມາຍັງສະພາແຫ່ງຊາດແລະປະຊາຊົນລາວບັນດາເຜົ່າ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີແຕ່ດົນນານບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດລາວ-ໄທ, ໄທ-ລາວກໍຄືສອງອົງການນິຕິບັນຍັດພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດແຫ່ງສປປລາວແລະສະພາຜູ້ແທນລາສະດອນແຫ່ງຣາຊະອານາຈັກໄທໃຫ້ປາກົດຜົນເປັນຈິງແລະນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ.
ທ່ານສຸບັນສະວະບຸດແຈ້ງໃຫ້ຊາບວ່າ: ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວກັບລັດຖະສະພາໄທໃນໄລຍະຜ່ານມາໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າຊຶ່ງສະແດງອອກມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາ;ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ, ການຮ່ວມມືແລະສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນແລະສາກົນ. ພິເສດ, ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວກັບລັດຖະສະພາໄທໃນເດືອນທັນວາ2022ຊຶ່ງເປັນນິມິດໝາຍອັນສໍາຄັນທາງປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕແລະການພັດທະນາແບບຍືນຍົງລະຫວ່າງສອງປະເທດລາວ-ໄທ.
ເພື່ອເຮັດໃຫ້ສອງອົງການນິຕິບັນຍັດລາວ-ໄທ, ໄທ-ລາວສືບຕໍ່ຮ່ວມມືກັນຢ່າງເປັນຮູບປະທໍາຍິ່ງຂຶ້ນທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າໂດຍສະເພາະແມ່ນການສືບຕໍ່ແລກປ່ຽນຄະນະຜູ້ແທນຄະນະມິດຕະພາບລັດຖະສະພາໃນນາມເປັນກົນໄກການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດພ້ອມທັງແລກປ່ຽນຂໍ້ມູນຂ່າວສານໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດແລະໃນຫົວຂໍ້ອື່ນໆທີ່ສອງຝ່າຍມີຄວາມສົນໃຈເປັນຕົ້ນແມ່ນການສ້າງກິດຈະກຳຫຼືໂຄງການໃດໜຶ່ງທີ່ເປັນສັນຍະລັກມິດຕະພາບການຮ່ວມມືລະຫວ່າງສອງຄະນະລັດຖະສະພາລາວ-ໄທ, ໄທ-ລາວ; ການສ້າງຊັບພະຍາກອນມະນຸດເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ພະນັກງານຂອງສະພາແຫ່ງຊາດລາວ; ການຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດແລະບັນດາບໍລິສັດຂອງໄທມາລົງທຶນ, ການຮ່ວມມືດ້ານຕ່າງໆຢູ່ສປປລາວແລະລະຫວ່າງປະຊາຊົນກັບປະຊາຊົນຂອງສອງປະເທດໃຫ້ນັບມື້ເພີ່ມຂຶ້ນ; ຊຸກຍູ້ແລະສົ່ງເສີມການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາແລະຂໍ້ຕົກລົງຕ່າງໆທີ່ສອງລັດຖະບານຂອງສອງປະເທດລົງນາມຮ່ວມກັນໃຫ້ປາກົດເປັນຈິງ; ສືບຕໍ່ຮ່ວມມືແລະສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວຢູ່ເວທີລັດຖະສະພາພາກພື້ນແລະສາກົນ.
ໃນໂອກາດມາຢ້ຽມຢາມແລະເຮັດວຽກຢູ່ສປປລາວຂອງຄະນະມິດຕະພາບລັດຖະສະພາໄທ-ລາວຄັ້ງນີ້ຍັງໄດ້ນຳເອົາອຸປະກອນການສຶກສາແລະຄອມພິວເຕີລວມມູນຄ່າທັງໝົດ472.000ບາດມາມອບໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງຊຶ່ງເປັນການຊ່ວຍເຫຼືອອັນລ້ຳຄ່າທາງດ້ານການສຶກສາໃຫ້ແກ່ສປປລາວ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນໃນວັນທີ16ກຸມພາ2024ທີ່ໂຮງຮຽນດັ່ງກ່າວ, ມອບໂດຍທ່ານຕວງອັນທະໄຊແລະຕາງໜ້າຮັບໂດຍທ່ານລຳໄມກູດລາວົງຮອງປະທານສະພາປະຊາຊົນແຂວງວຽງຈັນ; ເຂົ້າຮ່ວມມີທ່ານສຸບັນສະວະບຸດ, ມີເອກອັກຄະລັດຖະທູດແຫ່ງສປປລາວປະຈຳຣາຊະອານາຈັກກໄທ, ເຈົ້າເມືອງວັງວຽງພ້ອມດ້ວຍຄະນະຜູ້ອຳນວຍການ, ຄູ-ອາຈານແລະນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງ; ຄະນະມິດຕະພາບລັດຖະສະພາໄທ-ລາວຍັງໄດ້ຢ້ຽມຢາມພື້ນຖານທາງດ້ານວັດທະນະທຳແລະທ່ອງທ່ຽວຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນແລະແຂວງຫຼວງພະບາງອີກດ້ວຍ.
(ຂ່າວ-ພາບ: ສພຊ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ