![]() |
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ລາຍງານກ່ຽວກັັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 6 ເດືອນຕົ້ນປີ 2025, ການກະກຽມດຳເນີນກອງປະຊຸມໃຫຍ່ ຂັ້ນຮາກຖານເມືອງ-ແຂວງ ແລະ ການປັບປັບປຸງກົງຈັກການຈັດຕັ້ງຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນບັນລຸ 26,772 ຕື້ກີບ (ແຜນປີ 25,733 ຕື້ກີບ), ລະດົມແຫຼ່ງ ທຶນເພື່ອການພັດທະນາປະຕິບັດໄດ້ 3,002 ຕື້ກີບ ເທົ່າກັບ 47.59% ໃນນັ້ນ: ການລົງທຶນຂອງ ລັດປະຕິບັດໄດ້ 398 ຕື້ກີບ ເທົ່າກັບ 51.95%, ທຶນຊ່ວຍເຫຼືອເພື່ອການພັດທະນາ ປະຕິບັດໄດ້ 239 ຕື້ກີບ ເທົ່າກັບ 76% ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 930 ຕື້ກີບ, ເທົ່າກັບ 24%, ການລົງທຶນຂອງລະບົບທະນາຄານ ປະຕິບັດ ໄດ້ 1,435 ຕື້ກີບ ເທົ່າກັບ 102%, ກ່ຽວກັບການຈັດເກັບລາຍຮັບງົບປະມານ ມາຮອດປັດຈຸບັນ (ວັນທີ 16 ກໍລະກົດ 2025) ຈັດເກັບລາຍຮັບ ໄດ້ທັງໝົດແມ່ນ 2,871 ຕື້ກວ່າກີບ ເທົ່າກັບ 73.19% (ແຜນລາຍຮັບທີ່ລັດ ຖະບານມອບໝາຍທັງໝົດ 3,947,70 ຕື້ກີບ: ລາຍຮັບສູນກາງ 1,257.70 ຕື້ກີບ ແລະ ລາຍຮັບທ້ອງຖິ່ນ 2,690 ຕື້ກີບ), ລາຍຮັບພູດສູນກາງປະຕິບັດໄດ້ 72.09% ແລະ ພູດທ້ອງຖິ່ນ ປະຕິບັດໄດ້ 73.75%. ສ່ວນລາຍຈ່າຍກໍປະຕິບັດໄດ້ຕາມແຜນທີ່ໄດ້ຮັບການອະນຸ ມັດຈາກລັດຖະ ບານ ສາມາດສະໜອງເງິນເດືອນ ແລະ ເງິນອຸດໜູນຕ່າງໆ ໄດ້ເປັນປົກກະຕິດກ່ຽວກັບວຽກງານການ ລົງທຶນ, ແຂວງກໍໄດ້ເອົາໃຈໃສ່ໃນການດຶງດູດການລົງທຶນສະ
ສົມພາກທຸລະກິດພາຍໃນ ແລະ ຕ່າງປະເທດ ມີທັງໝົດ 1,115 ໂຄງການ, ມູນຄ່າການລົງທຶນ ສະສົມທັງໝົດ 8,509.02 ລ້ານໂດລາ, ສໍາລັບການປັບປຸງກົງຈັກການຈັດຕັ້ງຂອງແຂວງ ອົງການ ປົກຄອງແຂວງ ກໍໄດ້ສະເໜີຕໍ່ຄະນະປະຈຳສະພາປະຊາຊົນແຂວງ ຊຶ່ງສະພາປະຊາຊົນແຂວງ ກໍໄດ້ອອກມະຕິຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງແຂວງສໍາເລັດລະອຽດແລ້ວ, ປັດຈຸບັນ ແຂວງຂອງພວກເຮົາກໍໄດ້ຈັດພິທີໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍ ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງແລ້ວໃນວັນທີ 7 ກໍລະກົດ ຜ່ານມານີ້ ຊຶ່ງໃນຜ່ານມາ ທາງດ້ານກົງຈັກ ແລະ ບຸກຄະລາກອນຂອງຄະນະໂຄສະນາມີ 4 ຂະແໜງ ກໍໄດ້ເພີ່ມເປັນ 5 ຂະແໜງ 2 ກອງ ແລະ ຈຳນວນບຸກຄະລາກອນກໍຈະເພີ່ມຂຶ້ນຈາກ 27 ສະຫາຍ ເປັນ 55 ສະຫາຍ. ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ປະຕິບັດ ວຽກງານໂຄສະນາອົບ ແຂວງຄຳມ່ວນ ໃນໄລຍະຜ່ານມາ ສະເໜີໂດຍ ທ່ານ ບຸນທັນ ສຸວັນນະລາດ ຫົວໜ້າໂຄສະນາອົບຮົມແຂວງຄຳມ່ວນ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງຄະນະນຳແຂວງທີ່ຍາດຜົນງານມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ທ່າແຮງບົ່ມຊ້ອນທີ່ເປັນເງື່ອນໄຂໃນການພັດຂອງແຂວງໃຫ້ມີການພັດທະນາ,ເປັນຕົ້ນທ່າແຮງດ້ານຊັບພະຍາກອນທຳມະຊາດ ແລະ ທ່າແຮງດ້ານພື້ືນຖານໂຄງລ່າງ, ດຶງດູດເອົາ ນັກລົງທຶນເຂົ້າມາພັດທະນາໃຫ້ ຫຼາກຫຼາຍເຮັດໃຫ້ແຂວງມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ, ສຳບັບວຽກງານປັບປຸງກົງຈັກການຈັດຕັ້ງກໍ ສະແດງຄວາມຊົມເຊີຍ ທີ່ໄດ້ເປັນເຈົ້າການໃນການຜັນຂະຫຍາຍມະຕິ ຂອງກົມການເມືອງ ໂດຍສະ ເພາະໄດ້ຈັດຕັ້ງຄະນະຮັບຜິດຊອບການປັບປຸງກົງຈັກຂັ້ນແຂວງ ແລະ ໄດ້ມີແຜນດຳເນີນງານ, ແບ່ງ ວຽກງານ, ແບ່ງຄວາມຮັບຜິດຊອບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຊຶ່ງມາຮອດປັດຈຸບັນກໍໄດ້ ສຳເລັດໂດຍພື້ືນຖານ ແລະ ສາມາດໂອນໂຮມເອົາບັນດາຂະແໜງການ, ອົງການທີ່ກ່ຽວຂ້ອງເຂົ້າຫາກັນ, ແຕ່ອີງໃສ່ທິດຊີ້ນຳຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງຕ້ອງສືບ ຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີ ຄວາມລະອຽດ, ຈະແຈ້ງ, ການຈັດວາງສັບຊ້ອນ, ແບ່ງວຽກງານ, ຄວາມຮັບຜິດຊອບຕື່ມ, ທ່ານ ເນັ້ນຕື່ມວ່າ: ທິດທາງການປັບປຸງກົງຈັກການຈັດຕັ້ງຂອງຄະນະປັບປຸງກົງ ຈັກການຈັດຕັ້ງຂັ້ນສູນກາງ ກ່ຽວກັບການສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນຕ້ອງໃຫ້ເຂົົ້າໃຈວ່າ ຈຸດປະສົງ ແລະ ລະດັບ ຄາດໝາຍໃນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພາຍໃນມີຄວາມເປັນລະບຽບຮຽບຮ້ອຍ, ມີ ຄວາມເປັນເອກກະພາບກັນຕໍ່ການຊີ້ນຳ - ນຳພາຂອງຂັ້ນເທິງ ໂດຍສະເພາະຕ້ອງເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ - ແນວຄິດໃຫ້ສະມາຊິກພັກ - ພະນັກງານ ມີຄວາມເປັນເອກະພາບ, ເປັນ ເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງວຽກງານຕ່າງໆໃຫ້ເປັນ ເອກະພາບກັນໃຫ້ໄປລວງດຽວ ກັນ, ໃນນັ້ນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມອົບອຸ່ນ, ທຸ່ນທ່ຽງເຂົ້າຮ່ວມຂະບວນການຕ່າງໆ, ບໍ່ໃຫ້ເກີດມີບັນຫາງໍ້ງ່ຽງ, ສັບສົນຕໍ່ແນວທາງນະໂຍບາຍຂອງ ພັກ, ການປັບປຸງກົງຈັກການຈັດຕັ້ງຕ້ອງໃຫ້ກະທັດຮັດ, ຫັນເປັນທັນສະໄໝ, ຫຼຸດຜ່ອນກົງຈັກ ແລະ ຫູຸດຜ່ອນຈຳນວນຄົນລົງ ໃນຂະນະດຽວກັນຕ້ອງຮັບປະກັນຄວາມເຂັ້ມແຂງ, ມີປະສິດທິຜົນຂອງວຽກ
ງານ, ເຮັດໃຫ້ການບໍລິຫານແກ້ໄຂວຽກງານມີຄວາມວ່ອງໄວ ແລະ ທັນການ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ